top of page

ບຸຄຄົລ ໔ ຈຳພວກ ທີ່ມີປາກົຕຢູ່ໃນໂລກ

  • Oct 15, 2023
  • 1 min read

The Buddha's Words

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໖/໖


Photo by Ben White on Unsplash


ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ ມີປາກົຕຢູ່ໃນໂລກ, ໔ ຈຳພວກເປັນຢ່າງໃດ? ຄື:


ບຸຄຄົລຜູ້ມີສຸຕະໜ້ອຍ ທັງບໍ່ເຂົ້າເຖິງດ້ວຍສຸຕະ,

ບຸຄຄົລຜູ້ມີສຸຕະໜ້ອຍ ແຕ່ເຂົ້າເຖິງດ້ວຍສຸຕະ,

ບຸຄຄົລຜູ້ມີສຸຕະຫລາຍ ແຕ່ບໍ່ເຂົ້າເຖິງດ້ວຍສຸຕະ,

ບຸຄຄົລຜູ້ມີສຸຕະຫລາຍ ທັງເຂົ້າເຖິງດ້ວຍສຸຕະ,


ພິກຂຸທັງຫລາຍ! ບຸຄຄົລຜູ້ມີສຸຕະໜ້ອຍ ທັງບໍ່ເຂົ້າເຖິງດ້ວຍສຸຕະເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ມີສຸຕະຄື ສຸຕຕະ ເຄີຍຍະ ໄວຍາກະຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະໜ້ອຍ ເຂົາບໍ່ຮູ້ອັຕຖະບໍ່ຮູ້ທັມຂອງສຸຕະໜ້ອຍນັ້ນ ແລະບໍ່ປະຕິບັຕທັມສົມຄວນແກ່ທັມ. ພິກຂຸທັງຫລາຍ ບຸຄຄົລຜູ້ມີສຸຕະໜ້ອຍ ທັງບໍ່ເຂົ້າເຖິງດ້ວຍສຸຕະເປັນຢ່າງນີ້ແລ.


ພິກຂຸທັງຫລາຍ! ບຸຄຄົລຜູ້ມີສຸຕະໜ້ອຍ ແຕ່ເຂົ້າເຖິງດ້ວຍສຸຕະເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ມີສຸຕະຄື ສຸຕຕະ ເຄີຍຍະ ໄວຍາກະຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະໜ້ອຍ ເຂົາຍ່ອມຮູ້ອັຕຖະຍ່ອມຮູ້ທັມຂອງສຸຕະໜ້ອຍນັ້ນ ແລ້ວປະຕິບັຕທັມສົມຄວນແກ່ທັມ. ພິກຂຸທັງຫລາຍ ບຸຄຄົລຜູ້ມີສຸຕະໜ້ອຍ ແຕ່ເຂົ້າເຖິງດ້ວຍສຸຕະເປັນຢ່າງນີ້ແລ.


ພິກຂຸທັງຫລາຍ! ບຸຄຄົລຜູ້ມີສຸຕະຫລາຍ ແຕ່ບໍ່ເຂົ້າເຖິງດ້ວຍສຸຕະເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ມີສຸຕະຄື ສຸຕຕະ ເຄີຍຍະ ໄວຍາກະຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະຫລາຍ ແຕ່ເຂົາບໍ່ຮູ້ທົ່ວເຖິງອັຕຖະບໍ່ຮູ້ທົ່ວເຖິງທັມຂອງສຸຕະຫລາຍນັ້ນ ແລະບໍ່ປະຕິບັຕທັມສົມຄວນແກ່ທັມ. ພິກຂຸທັງຫລາຍ ບຸຄຄົລຜູ້ມີສຸຕະຫລາຍ ແຕ່ບໍ່ເຂົ້າເຖິງດ້ວຍສຸຕະເປັນຢ່າງນີ້ແລ.


ພິກຂຸທັງຫລາຍ! ບຸຄຄົລຜູ້ມີສຸຕະຫລາຍ ທັງເຂົ້າເຖິງດ້ວຍສຸຕະເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ມີສຸຕະຄື ສຸຕຕະ ເຄີຍຍະ ໄວຍາກະຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະຫລາຍ ເຂົາຍ່ອມຮູ້ທົ່ວເຖິງອັຕຖະຮູ້ທົ່ວເຖິງທັມຂອງສຸຕະຫລາຍນັ້ນ ແລ້ວປະຕິບັຕທັມສົມຄວນແກ່ທັມ. ພິກຂຸທັງຫລາຍ ບຸຄຄົລຜູ້ມີສຸຕະຫລາຍ ທັງເຂົ້າເຖິງດ້ວຍສຸຕະເປັນຢ່າງນີ້ແລ.


ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ແລ ມີປາກົຕຢູ່ໃນໂລກ.


ຖ້າບຸຄຄົລມີສຸຕະໜ້ອຍ ທັງບໍ່ຕັ້ງໝັ້ນໃນສີລ ບັນດິຕທັງຫລາຍຍ່ອມຕິຕຽນເຂົາໂດຍສີລແລະສຸຕະທັງສອງນັ້ນ.


ຖ້າບຸຄຄົລມີສຸຕະໜ້ອຍ ແຕ່ຕັ້ງໝັ້ນແລ້ວໃນສີລ ບັນດິຕທັງຫລາຍຍ່ອມສັນລະເສີນເຂົາໂດຍສີລ ແຕ່ສຸຕະຂອງເຂົາບໍ່ສົມບູນ


ຖ້າບຸຄຄົລມີສຸຕະຫລາຍ ແຕ່ບໍ່ຕັ້ງໝັ້ນໃນສີລ ບັນດິຕທັງຫລາຍຍ່ອມຕິຕຽນເຂົາໂດຍສີລ ແຕ່ສຸຕະຂອງເຂົາສົມບູນ.


ຖ້າບຸຄຄົລມີສຸຕະຫລາຍ ທັງຕັ້ງໝັ້ນແລ້ວໃນສີລ ບັນດິຕທັງຫລາຍຍ່ອມສັນລະເສີນເຂົາທັງໂດຍສີລແລະສຸຕະທັງສອງນັ້ນ ໃຜຈະສາມາດຕິຕຽນເຂົາຜູ້ເປັນພະຫູສູຕ ເປັນຜູ້ຊົງທັມ ເປັນພຸທທະສາວົກຜູ້ມີປັນຍາ ຜູ້ເປັນເໝືອນແທ່ງຄຳຊົມພູນຸທ ແມ່ນເທວດາກໍຊື່ນຊົມ ພຣົມກໍສັນລະເສີນເຂົາ.




 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Unknown member
Oct 19, 2023
Rated 5 out of 5 stars.

🙏🙏🙏

Like

Guest
Oct 15, 2023

🙏🙏🙏ສາທຸຂ້ານ້ອຍ

Like

Unknown member
Oct 15, 2023
Rated 5 out of 5 stars.

🪷🙏🙏🙏🪷 ໃນພຣະທັທຄຳສອນຂອງພຣະສາສດາ ຂ້ານອ້ຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma Site. Built to provide education in Buddhism, the site offers study materials on Dhamma, Suttas, and Vinaya. We share the true Dhamma, the Buddha’s teachings, because learning the authentic Dhamma is essential for developing right understanding of life and for knowing how to live in accordance with the Dhamma.

The Buddha's Words. Powered and secured by Wix

bottom of page