top of page

ປະຕິຈຈະສະມຸປບາທ

  • Oct 22, 2023
  • 1 min read

Updated: Feb 11, 2024

The Buddha's Words

ສັງຍຸຕຕະນິກາຍ ນິທານວັຄ ໑໖/໑/໑


ree

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍວ່າ ພິກຂຸທັງຫລາຍ!


ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສພຣະດຳຣັສນີ້ວ່າ:



ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:


ພິກຂຸທັງຫລາຍ ກໍປະຕິຈຈະສະມຸປບາທເປັນຢ່າງໃດ?


ພິກຂຸທັງຫລາຍ ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫລາຍ,

ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ,

ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຣູປ,

ເພາະມີນາມຣູປເປັນປັຈຈັຍ ຈຶ່ງມີສະລາຍະຕະນະ,

ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ,

ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ,

ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ,

ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ,

ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົພ,

ເພາະມີພົພເປັນປັຈຈັຍ ຈຶ່ງມີຊາຕິ,

ເພາະມີຊາຕິເປັນປັຈຈັຍ ຊະຣາມະຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັສ ອຸປາຍາສະທັງຫລາຍຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາກາຣຢ່າງນີ້.

ພິກຂຸທັງຫລາຍ ນີ້ຮຽກວ່າ ປະຕິຈຈະສະມຸປບາທ.


ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫລືອແຫ່ງອະວິຊຊານັ້ນໆແລ ຈຶ່ງມີຄວາມດັບແຫ່ງສັງຂາຣ,

ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ,

ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຣູປ,

ເພາະມີຄວາມດັບແຫ່ງນາມຣູປ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ,

ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ,

ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ,

ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ,

ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ,

ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົພ,

ເພາະມີຄວາມດັບແຫ່ງພົພ ຈຶ່ງມີຄວາມດັບແຫ່ງຊາຕິ,

ເພາະມີຄວາມດັບແຫ່ງຊາຕິນັ້ນແລ ຊະຣາມະຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັສ ອຸປາຍາສະທັງຫລາຍຈຶ່ງດັບສິ້ນ ຄວາມດັບລົງແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາກາຣຢ່າງນີ້, ດັ່ງນີ້.


ພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ແລ້ວ ພິກຂຸເຫລົ່ານັ້ນມີໃຈຍິນດີຊື່ນຊົມພາສິຕຂອງພຣະຜູ້ມີພຣະພາຄແລ.




 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
Feb 12, 2024
Rated 5 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Edited
Like

Guest
Oct 22, 2023
Rated 5 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Like

Unknown member
Oct 22, 2023
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide education on Buddhism, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way.

The Buddha's Words. Powered and secured by Wix

bottom of page