Search Results
230 results found with an empty search
- ຄວາມເຫລື້ອມໃສໃນສິ່ງທີ່ເລີດ ໔ ປະກາຣ
The Buddha's words ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໓໔-໓໕/໓໔ ພິກຂຸທັງຫລາຍ! ຄວາມເຫລື້ອມໃສໃນສິ່ງທີ່ເລີດ ໔ ປະກາຣນີ້, ໔ ປະກາຣເປັນຢ່າງໃດ? ພິກຂຸທັງຫລາຍ! ສັຕທັງຫລາຍ ບໍ່ມີເທົ້າກໍຕາມ, ໒ ເທົ້າກໍຕາມ, ໔ ເທົ້າກໍຕາມ, ມີຫລາຍເທົ້າກໍຕາມ, ມີຣູປຫລືບໍ່ມີຣູປກໍຕາມ, ມີສັນຍາຫລືບໍ່ມີສັນຍາກໍຕາມ, ມີສັນຍາກໍບໍ່ແມ່ນ ບໍ່ມີສັນຍາກໍບໍ່ແມ່ນກໍຕາມ ມີປະມານພຽງໃດ ພຣະຕະຖາຄົຕອະຣະຫັນຕະສັມມາສັມພຸທທະ ອັນຊາວໂລກກ່າວວ່າເລີດກວ່າສັຕເຫລົ່ານັ້ນ. ຊົນເຫລົ່າໃດເຫລື້ອມໃສໃນພຣະພຸທທະເຈົ້າ ຊົນເຫລົ່ານັ້ນຊື່ວ່າ ເຫລື້ອມໃສໃນສິ່ງທີ່ເລີດ ແລະວິບາກອັນເລີດຍ່ອມມີແກ່ຊົນຜູ້ເຫລື້ອມໃສໃນສິ່ງທີ່ເລີດ. ພິກຂຸທັງຫລາຍ! ທັມທີ່ມີປັຈຈັຍປຸງແຕ່ງມີປະມານເທົ່າໃດ ອະຣິຍະມັຄປະກອບດ້ວຍອົງຄ໌ ໘ ເຮົາກ່າວວ່າ ເລີດກວ່າທັມເຫລົ່ານັ້ນ (ຍາວະຕາ ພິກຂະເວ ທັມມາ ສັງຂະຕາ ອະຣິໂຍ ອັຕຖັງຄິໂກ ມັຄໂຄ ເຕສັງ ອັຄຄະມັກຂາຍະຕິ). ຊົນເຫລົ່າໃດເຫລື້ອມໃສໃນອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຊົນເຫລົ່ານັ້ນຊື່ວ່າ ເຫລື້ອມໃສໃນສິ່ງທີ່ເລີດ ແລະວິບາກອັນເລີດຍ່ອມມີແກ່ຊົນຜູ້ເຫລື້ອມໃສໃນສິ່ງທີ່ເລີດ. ພິກຂຸທັງຫລາຍ! ທັມທີ່ມີປັຈຈັຍປຸງແຕ່ງຫລືບໍ່ມີປັຈຈັຍປຸງແຕ່ງມີປະມານເທົ່າໃດ ວິຣາຄະຄືທັມອັນຢ່ຳຍີຄວາມເມົາ ທັມເຄື່ອງກຳຈັດຄວາມກະຫາຍ ຄວາມຖອນເສຍເຊິ່ງອາລັຍ ຄວາມເຂົ້າໄປຕັດວັຕຕະ ທັມເປັນທີ່ສິ້ນຕັນຫາ ເປັນຄວາມຄາຍກຳນັດ ເປັນຄວາມດັບ ເປັນນິພພານ ເຮົາກ່າວວ່າ ເລີດກວ່າທັມເຫລົ່ານັ້ນ (ຍາວະຕາ ພິກຂະເວ ທັມມາ ສັງຂະຕາ ວາ ອະສັງຂະຕາ ວາ ວິຣາໂຄ ເຕສັງ ອັຄຄະມັກຂາຍະຕິ ຍະທິທັງ ມະທະນິມມະທະໂນ ປິປາສະວິນະໂຍ ອາລະຍະສະມຸຄຄາໂຕ ວັຕຕູປັຈເສໂທ ຕັນຫັກຂະໂຍ ວິຣາໂຄ ນິໂຣໂທ ນິພ-ພານັງ). ຊົນເຫລົ່າໃດເຫລື້ອມໃສໃນວິຣາຄະ ຊົນເຫລົ່ານັ້ນຊື່ວ່າ ເຫລື້ອມໃສໃນສິ່ງທີ່ເລີດ ແລະວິບາກອັນເລີດຍ່ອມມີແກ່ຊົນຜູ້ເຫລື້ອມໃສໃນສິ່ງທີ່ເລີດ. ພິກຂຸທັງຫລາຍ! ໝູ່ກໍດີ ຄະນະກໍດີ ມີປະມານເທົ່າໃດ ສົງຄ໌ສາວົກຂອງຕະຖາຄົຕໄດ້ແກ່ ຄູ່ແຫ່ງບຸຣຸສ ໔ ຄູ່ ນັບຮຽງຕົວໄດ້ ໘ ບຸຣຸສ ຄືສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ຄວນຂອງຄຳນັບ, ເປັນຜູ້ຄວນຂອງຕ້ອນຮັບ, ເປັນຜູ້ຄວນຂອງທຳບຸນຍ໌, ເປັນຜູ້ຄວນທຳອັນຊະລີ, ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ເຮົາກ່າວວ່າ ເລີດກວ່າໝູ່ຫລືຄະນະເຫລົ່ານັ້ນ. ຊົນເຫລົ່າໃດເຫລື້ອມໃສໃນສົງຄ໌ ຊົນເຫລົ່ານັ້ນຊື່ວ່າ ເຫລື້ອມໃສໃນສິ່ງທີ່ເລີດ ແລະວິບາກອັນເລີດຍ່ອມມີແກ່ຊົນຜູ້ເຫລື້ອມໃສໃນສິ່ງທີ່ເລີດ. ພິກຂຸທັງຫລາຍ! ຄວາມເຫລື້ອມໃສໃນສິ່ງທີ່ເລີດ ໔ ປະກາຣນີ້ແລ. ບຸນຍ໌ທີ່ເລີດ ອາຍຸ ວັນນະ ຍົສ ກຽດຕິຄຸນ ສຸຂ ແລະພະລະອັນເລີດ ຍ່ອມຈະເຣີນແກ່ບຸຄຄົລຜູ້ຮູ້ແຈ້ງເຊິ່ງທັມອັນເລີດ ເຫລື້ອມໃສໂດຍຄວາມເປັນຂອງເລີດ ເຫລື້ອມໃສໃນພຣະພຸທທະເຈົ້າຜູ້ເລີດ ຜູ້ເປັນທັກຂິເນີຍຍະບຸຄຄົລຊັ້ນຢ້ຽມ, ເຫລື້ອມໃສໃນພຣະທັມອັນເລີດເຊິ່ງເປັນທັມອັນປາສະຈາກຣາຄະ ສງົບແລະເປັນສຸຂ, ເຫລື້ອມໃສໃນພຣະສົງຄ໌ຜູ້ເລີດ ເຊິ່ງເປັນບຸນຍະເຂຕຊັ້ນຢ້ຽມ ຖວາຍທານໃນທ່ານຜູ້ເລີດນັ້ນ ຜູ້ມີປັນຍາຕັ້ງໝັ້ນແລ້ວໃນທັມອັນເລີດ ໃຫ້ທານແກ່ທ່ານຜູ້ເປັນບຸນຍະເຂຕອັນເລີດ ຈະເກີດເປັນເທວະດາຫລືມະນຸສກໍຕາມ ຍ່ອມເຖິງຄວາມເປັນຜູ້ເລີດບັນເທິງຢູ່.
- Princess Cundī asks the Buddha about the best kind of confidence
The Buddha's words Cundīsutta AN 5.32 https://suttacentral.net/an5.32 On one occasion the Blessed One was dwelling at Rājagaha in the Bamboo Grove, the squirrel sanctuary. Then Princess Cundī, accompanied by five hundred chariots and five hundred court girls, approached the Blessed One, paid homage to him, and sat down to one side. Princess Cundī then said to the Blessed One: “Bhante, my brother is Prince Cunda. He says thus: ‘Whenever a man or a woman has gone for refuge to the Buddha, the Dhamma, and the Saṅgha, and abstains from the destruction of life, from taking what is not given, from sexual misconduct, from false speech, and from indulging in liquor, wine, and intoxicants, the basis for heedlessness, with the breakup of the body, after death, he is reborn only in a good destination, not in a bad destination.’ I ask the Blessed One: ‘What kind of teacher, Bhante, should one have confidence in, so that, with the breakup of the body, after death, one is reborn only in a good destination, not in a bad destination? What kind of Dhamma should one have confidence in, so that, with the breakup of the body, after death, one is reborn only in a good destination, not in a bad destination? What kind of Saṅgha should one have confidence in, so that, with the breakup of the body, after death, one is reborn only in a good destination, not in a bad destination? What kind of virtuous behavior should one fulfill so that, with the breakup of the body, after death, one is reborn only in a good destination, not in a bad destination?” “Cundī, to whatever extent there are beings, whether footless or with two feet, four feet, or many feet, whether having form or formless, whether percipient, non-percipient, or neither percipient nor non-percipient, the Tathāgata, the Arahant, the Perfectly Enlightened One is declared the foremost among them. Those who have confidence in the Buddha have confidence in the foremost, and for those who have confidence in the foremost, the result is foremost. “To whatever extent, Cundī, there are phenomena that are conditioned, the noble eightfold path is declared the foremost among them. Those who have confidence in the noble eightfold path have confidence in the foremost, and for those who have confidence in the foremost, the result is foremost. “To whatever extent, Cundī, there are phenomena whether conditioned or unconditioned, dispassion is declared the foremost among them, that is, the crushing of pride, the removal of thirst, the uprooting of attachment, the termination of the round, the destruction of craving, dispassion, cessation, nibbāna. Those who have confidence in the Dhamma, in dispassion, have confidence in the foremost, and for those who have confidence in the foremost, the result is foremost. “To whatever extent, Cundī, there are Saṅghas or groups, the Saṅgha of the Tathāgata’s disciples is declared the foremost among them, that is, the four pairs of persons, the eight types of individuals—this Saṅgha of the Blessed One’s disciples is worthy of gifts, worthy of hospitality, worthy of offerings, worthy of reverential salutation, the unsurpassed field of merit for the world. Those who have confidence in the Saṅgha have confidence in the foremost, and for those who have confidence in the foremost, the result is foremost. “To whatever extent, Cundī, there is virtuous behavior, the virtuous behavior loved by the noble ones is declared the foremost among them, that is, when it is unbroken, flawless, unblemished, unblotched, freeing, praised by the wise, ungrasped, leading to concentration. Those who fulfill the virtuous behavior loved by the noble ones fulfill the foremost, and for those who fulfill the foremost, the result is foremost.” For those confident in regard to the foremost, knowing the foremost Dhamma, confident in the Buddha—the foremost— unsurpassed, worthy of offerings; for those confident in the foremost Dhamma, in the blissful peace of dispassion; for those confident in the foremost Saṅgha, the unsurpassed field of merit; for those giving gifts to the foremost, the foremost kind of merit increases: the foremost life span, beauty, and glory, good reputation, happiness, and strength. The wise one who gives to the foremost, concentrated upon the foremost Dhamma, having become a deva or human being, rejoices having attained the foremost.
- ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌໘ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານ
The Buddha's words ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໒໐໓-໒໐໔/໑໓໔ ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ກູຕາຄາຣະສາລາ ປ່າມະຫາວັນ ໃກ້ພຣະນະຄອຣເວສາລີ. ຄັ້ງນັ້ນແລ ວາເສຕຖະອຸປາສົກເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ: ວາເສຕຖະ! ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ. ວາເສຕຖະ! ກໍອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ອັນບຸຄຄົລຮັກສາແລ້ວຢ່າງໃດ ຈຶ່ງມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ? ວາເສຕຖະ! ອະຣິຍະສາວົກໃນທັມວິນັຍນີ້ ຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ ຕລອດຊີວິຕ; ໃນວັນນີ້ ເຮົາກໍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໑ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໒ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຄືນໜຶ່ງກັບວັນໜຶ່ງ ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໓ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຊີວິຕ; ໃນວັນນີ້ ເຮົາກໍລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໔ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຊີວິຕ; ໃນວັນນີ້ ເຮົາກໍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໕ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໖ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍງົດເວັ້ນຈາກກາຣຟ້ອນລຳ ຂັບຮ້ອງ ປະໂຄມດົນຕຣີ ເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ ແລະກາຣປະດັບຕົກແຕ່ງດ້ວຍດອກໄມ້ຂອງຫອມ ເຄື່ອງລູບທາອັນເປັນຖານແຫ່ງກາຣແຕ່ງໂຕຕລອດຊີວິຕ; ໃນວັນນີ້ ເຮົາກໍງົດເວັ້ນຈາກກາຣຟ້ອນລຳ ຂັບຮ້ອງ ປະໂຄມດົນຕຣີ ເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ ແລະກາຣປະດັບຕົກແຕ່ງດ້ວຍດອກໄມ້ຂອງຫອມ ເຄື່ອງລູບທາອັນເປັນຖານແຫ່ງກາຣແຕ່ງໂຕຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໗ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະທີ່ນອນອັນສູງໃຫຍ່ ງົດເວັ້ນຈາກທີ່ນອນອັນສູງໃຫຍ່ ສຳເຣັຈກາຣນອນໃນທີ່ນອນອັນຕ່ຳ ຄືເທິງຕຽງ ຫລືເຄື່ອງປູດ້ວຍຫຍ້າຕລອດຊີວິຕ; ໃນວັນນີ້ ເຮົາກໍລະທີ່ນອນອັນສູງໃຫຍ່ ງົດເວັ້ນຈາກທີ່ນອນອັນສູງໃຫຍ່ ສຳເຣັຈກາຣນອນໃນທີ່ນອນອັນຕ່ຳ ຄືເທິງຕຽງ ຫລືເຄື່ອງປູດ້ວຍຫຍ້າຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໘ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ. ວາເສຕຖະ! ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນີ້ແລ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ. ວາເສຕຖະ! ກໍອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນີ້ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍພຽງໃດ? ວາເສຕຖະ! ປຽບເໝືອນພຣະຣາຊາສເວີຍຣາຊະສົມບັຕ ດຳຣົງອິສສະຣາທິປັຈໃນຊົນບົທໃຫຍ່ໆ ໑໖ ຣັຖ, ມີຣັຕນະ ໗ ປະກາຣມາກມາຍ, ເຫລົ່ານີ້ຄື ອັງຄະ ມະຄະທະ ກາສີ ໂກສົລ ວັຊຊີ ມັລລະ ເຈດີຍ໌ ວັງສະ ກຸຣຸ ປັນຈາລະ ມັຈສະ ສຸຣະເສນະ ອັສສະກະ ອະວັນຕີ ຄັນທາຣະ ກັມໂພຊະ ກາຣສເວີຍຣາຊະສົມບັຕ ດຳຣົງອິສສະຣາທິປັຈຂອງພຣະຣາຊານັ້ນ ຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ຂໍ້ນັ້ນເພາະເຫຕໃດ? ເພາະຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໕໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໕໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໑໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນດາວະດຶງສ໌, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໑໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນດາວະດຶງສ໌. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນດາວະດຶງສ໌ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໒໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນຍາມາ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໒໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນຍາມາ. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນຍາມາ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໔໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນດຸສິຕ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໔໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນດຸສິຕ. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນດຸສິຕ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໘໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນນິມມານະຣະດີ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນ ໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໘໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນນິມມານະຣະດີ. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນນິມມານະຣະດີ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໑,໖໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໑໖,໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ບຸຄຄົລບໍ່ຄວນຂ້າສັຕ ບໍ່ຄວນຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ຄວນເວັ້ນຈາກເມຖຸນທັມ ອັນບໍ່ແມ່ນຄວາມປະພຶຕຂອງພຣົມ ບໍ່ຄວນເວົ້າຕົວະ ບໍ່ຄວນດື່ມນ້ຳເມົາ ບໍ່ຄວນບໍຣິໂພຄອາຫາຣໃນເວລາວິກາລ ໃນຣາຕຣີ ບໍ່ຄວນປະດັບຕົກແຕ່ງດ້ວຍດອກໄມ້ແລະຂອງຫອມ ຄວນນອນເທິງຕຽງ ເທິງແຜ່ນດິນ ຫລືເທິງເຄື່ອງລາດດ້ວຍຫຍ້າ ບັນດິຕທັງຫລາຍກ່າວອຸໂປສົຖ ໘ ປະກາຣ ທີ່ພຣະພຸທທະເຈົ້າຜູ້ເຖິງທີ່ສຸດແຫ່ງທຸກຂ໌ຊົງປະກາສແລ້ວ ດວງຈັນທ໌ແລະດວງອາທິຕທັງສອງສ່ອງແສງສະວ່າງສະໄຫວ ຍ່ອມໂຄຈອຣໄປຕາມວິຖີພຽງໃດ ດວງຈັນທ໌ແລະດວງອາທິຕນັ້ນກໍກຳຈັດຄວາມມືດໄດ້ພຽງນັ້ນ ລອຍຢູ່ເທິງອາກາສ ສ່ອງແສງທົ່ວທຸກທິສໃນທ້ອງຟ້າ ຊັພຍ໌ໃດອັນມີຢູ່ໃນລະຫວ່າງນີ້ ຄື ແກ້ວມຸກດາ ແກ້ວມະນີ ແກ້ວໄພທູຣຍ໌ ຫລືທອງຄຳມີສີສຸກໃສ ທີ່ຮຽກກັນວ່າ ຫະຕະກະ ດວງຈັນທ໌ດວງອາທິຕແລະຊັພຍ໌ ນັ້ນໆ ຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ປຽບເໝືອນຣັສມີຂອງດວງຈັນທ໌ຍ່ອມຂົ່ມໝູ່ດາວທັງຫລາຍ ສັນນັ້ນ. ເພາະເຫຕນັ້ນແລ ຍິງຫລືຊາຍຜູ້ມີສີລ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ກະທຳບຸນຍ໌ທັງຫລາຍອັນມີສຸຂເປັນກຳໄຣ ບໍ່ມີໃຜຕິຕຽນ ຍ່ອມເຂົ້າເຖິງສວັນ. ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ວາເສຕຖະອຸປາສົກໄດ້ກຣາບທູລພຣະຜູ້ມີພຣະພາຄຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າຍາຕສາຍໂລຫິຕຜູ້ເປັນທີ່ຮັກຂອງຂ້ານ້ອຍຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ຍາຕສາຍໂລຫິຕຜູ້ເປັນທີ່ຮັກຂອງຂ້ານ້ອຍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າກະສັຕທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ກະສັຕທັງປວງ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າພຣາມນ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ພຣາມນ໌ທັງປວງ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າແພສຍ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ແພສຍ໌ທັງປວງ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າສູທທ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ສູທທ໌ທັງປວງ. ວາເສຕຖະ! ຂໍ້ນີ້ເປັນຢ່າງນັ້ນ. ວາເສຕຖະ! ຂໍ້ນີ້ເປັນຢ່າງນັ້ນ. ວາເສຕຖະ! ຖ້າກະສັຕທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ກະສັຕທັງປວງ. ວາເສຕຖະ! ຖ້າພຣາມນ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ພຣາມນ໌ທັງປວງ. ວາເສຕຖະ! ຖ້າແພສຍ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ແພສຍ໌ທັງປວງ. ວາເສຕຖະ! ຖ້າສູທທ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ສູທທ໌ທັງປວງ. ວາເສຕຖະ! ຖ້າໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສ ຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສ. ວາເສຕຖະ! ຖ້າທ່ານຜູ້ມະຫາສາຣເຫລົ່ານີ້ຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ທ່ານຜູ້ມະຫາສາຣເຫລົ່ານີ້ ຖ້າຫາກວ່າຕັ້ງໃຈ ຈະກ່າວຫຍັງເຖິງມະນຸສໜໍ.
- ອານາປານະສະຕິສະມາທິ
The Buddha's words ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໙໙-໑໐໒/໖໐ ພິກຂຸທັງຫລາຍ! ອານາປານະສະຕິອັນບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່. ກໍອານາປານະສະຕິ ອັນບຸຄຄົລຈະເຣີນແລ້ວຢ່າງໃດ ກະທຳໃຫ້ຫລາຍແລ້ວຢ່າງໃດ ຈຶ່ງມີຜົລໃຫຍ່ ມີອານິສົງສ໌ໃຫຍ່? ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ໄປສູ່ປ່າກໍດີ ໄປສູ່ເຫງົ້າໄມ້ກໍດີ ໄປສູ່ເຮືອນວ່າງກໍດີ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຂົາມີສະຕິຫາຍໃຈເຂົ້າ ມີສະຕິ ຫາຍໃຈອອກ. ເມື່ອຫາຍໃຈເຂົ້າຍາວ ກໍຮູ້ວ່າ ເຮົາຫາຍໃຈເຂົ້າຍາວ; ເມື່ອຫາຍໃຈອອກຍາວ ກໍຮູ້ວ່າ ເຮົາຫາຍໃຈອອກຍາວ. ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ວ່າ ເຮົາຫາຍໃຈເຂົ້າສັ້ນ; ເມື່ອຫາຍໃຈອອກສັ້ນ ກໍຮູ້ວ່າ ເຮົາຫາຍໃຈອອກສັ້ນ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕຕະສັງຂາຣໃຫ້ສງົບຣະງັບ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕຕະສັງຂາຣໃຫ້ສງົບຣະງັບ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປາໂມທຢ່າງຍິ່ງ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປາໂມທຢ່າງຍິ່ງ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ຕັ້ງໝັ້ນ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປ່ອຍຢູ່ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈເຂົ້າ ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫລືອຢູ່ເປັນປະຈຳ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫລືອຢູ່ເປັນປະຈຳ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ. ພິກຂຸທັງຫລາຍ! ອານາປານະສະຕິອັນບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວຢ່າງນີ້ແລ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່. ພິກຂຸທັງຫລາຍ ເມື່ອອານາປານະສະຕິ ອັນບຸຄຄົລຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຜົລອານິສົງສ໌ຢ່າງໃດຢ່າງໜຶ່ງໃນບັນດາຜົລ ໒ ປະກາຣ ເປັນສິ່ງທີ່ຫວັງໄດ້ຄື: ອະຣະຫັຕຕະຜົລໃນປັຈຈຸບັນ ຫລືຖ້າຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ.
- ອົງຄ໌ແຫ່ງຄວາມພຽນ ໕ ປະກາຣ
The Buddha's words ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໕໗-໕໘/໕໓ ພິກຂຸທັງຫລາຍ! ອົງຄ໌ແຫ່ງຄວາມພຽນ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ? (ປັນຈິມານິ ພິກຂະເວ ປະທານິຍັງຄານິ ກະຕະມານິ ປັນຈະ) ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອພຣະປັນຍາກາຣຕຣັສຮູ້ຂອງພຣະຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອບ, ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານແລ້ວ, ເປັນຜູ້ຈຳແນກທັມ ດັ່ງນີ້. ເປັນຜູ້ມີອາພາທໜ້ອຍ, ມີທຸກຂ໌ໜ້ອຍ, ປະກອບດ້ວຍໄຟທາຕທີ່ມີຜົລສະໝ່ຳສະເໝີ ບໍ່ເຢັນຫລາຍ ບໍ່ຮ້ອນຫລາຍ ພໍປານກາງ ຄວນແກ່ກາຣບຳເພັນພຽນ. ເປັນຜູ້ບໍ່ໂອ້ອວດ ບໍ່ມີມາຍາ ກະທຳຕົນໃຫ້ເປີດເຜີຍຕາມທີ່ເປັນຈິງໃນພຣະສາສດາ ຫລືໃນເພື່ອນພຣົມມະຈັນຍ໌ຜູ້ເປັນວິນຍູຊົນ. ເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ. ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ພິກຂຸທັງຫລາຍ! ອົງຄ໌ແຫ່ງຄວາມພຽນ ໕ ປະກາຣນີ້ແລ.
- ກາຍະຄະຕາສະຕິ
The Buddha's words ມັຊຊິມະນິກາຍ ອຸປະຣິປັນນາສ ໑໔/໑໖໑-໑໗໑/໒໙໔-໓໑໗ Photo by form PxHere ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ. ຄັ້ງນັ້ນແລ ພິກຂຸຈຳນວນຫລາຍກັບຈາກບິນທະບາຕແລ້ວ ພາຍຫລັງເວລາປັຈສາພັຕ ນັ່ງປະຊຸມກັນໃນອຸປັຕຖານະສາລາ ເກີດຂໍ້ສົນທະນາກັນຂຶ້ນໃນລະຫວ່າງດັ່ງນີ້ວ່າ: ທ່ານອາວຸໂສທັງຫລາຍ! ໜ້າອັສສະຈັນຍ໌ຈິງ ບໍ່ໜ້າເປັນໄປໄດ້ເລີຍ ເທົ່າທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະ ຕຣັສກາຍະຄະຕາສະຕິທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວວ່າ ມີຜົລຫລາຍ ມີອານິສົງສ໌ຫລາຍ. ກາຣສົນທະນາກັນໃນລະຫວ່າງຂອງພິກຂຸເຫລົ່ານັ້ນ ຄ້າງຢູ່ພຽງເທົ່ານີ້ແລ. ຂະນະນັ້ນ ພຣະຜູ້ມີພຣະພາຄສະເດັຈອອກຈາກທີ່ຫລີກເຣັ້ນໃນຕອນແລງ ສະເດັຈເຂົ້າໄປຍັງອຸປັຕຖານະສາລານັ້ນ ຄັນແລ້ວຈຶ່ງປະທັບນັ່ງເທິງອາສະນະທີ່ປູລາດໄວ້ ແລ້ວຕຣັສຖາມພິກຂຸທັງຫລາຍວ່າ: ພິກຂຸທັງຫລາຍ! ບັດນີ້ ພວກເຈົ້າທັງຫລາຍນັ່ງປະຊຸມສົນທະນາກັນເຣື່ອງອັນໃດ ແລະພວກເຈົ້າທັງຫລາຍສົນທະນາເຣື່ອງອັນໃດຄ້າງຢູ່ໃນລະຫວ່າງ? ພິກຂຸເຫລົ່ານັ້ນທູລວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະຣີນ! ເມື່ອພວກຂ້ານ້ອຍທັງຫລາຍກັບຈາກບິນທະບາຕແລ້ວ ພາຍຫລັງເວລາປັຈສາພັຕ ນັ່ງປະຊຸມກັນໃນອຸປັຕຖານະສາລາ ເກີດຂໍ້ສົນທະນາກັນຂຶ້ນໃນລະຫວ່າງດັ່ງນີ້ວ່າ: ທ່ານອາວຸໂສທັງຫລາຍ! ໜ້າອັສສະຈັນຍ໌ຈິງ ບໍ່ໜ້າເປັນໄປໄດ້ເລີຍ ເທົ່າທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະ ຕຣັສກາຍະຄະຕາສະຕິທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວວ່າ ມີຜົລຫລາຍ ມີອານິສົງສ໌ຫລາຍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍ້ສົນທະນາກັນໃນລະຫວ່າງຂອງພວກຂ້ານ້ອຍໄດ້ຄ້າງຢູ່ພຽງເທົ່ານີ້ ພໍດີພຣະຜູ້ມີພຣະພາຄກໍສະເດັຈມາເຖິງ. ພຣະຜູ້ມີພຣະພາຄຕຣັສວ່າ: ພິກຂຸທັງຫລາຍ! ກາຍະຄະຕາສະຕິອັນບຸຄຄົລຈະເຣີນແລ້ວຢ່າງໃດ ກະທຳໃຫ້ຫລາຍແລ້ວຢ່າງໃດ ຈຶ່ງມີຜົລຫລາຍ ມີອານິສົງສ໌ຫລາຍ? ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ໄປສູ່ປ່າກໍດີ ໄປສູ່ເຫງົ້າໄມ້ກໍດີ ໄປສູ່ເຮືອນວ່າງກໍດີ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຂົາມີສະຕິຫາຍໃຈເຂົ້າ ມີສະຕິ ຫາຍໃຈອອກ; ເມື່ອຫາຍໃຈເຂົ້າຍາວ ກໍຮູ້ວ່າ ເຮົາຫາຍໃຈເຂົ້າຍາວ; ເມື່ອຫາຍໃຈອອກຍາວ ກໍຮູ້ວ່າ ເຮົາຫາຍໃຈອອກຍາວ. ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ວ່າ ເຮົາຫາຍໃຈເຂົ້າສັ້ນ; ເມື່ອຫາຍໃຈອອກສັ້ນ ກໍຮູ້ວ່າ ເຮົາຫາຍໃຈອອກສັ້ນ. ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ. ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈເຂົ້າ. ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈອອກ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເມື່ອເດີນຢູ່ ກໍຮູ້ວ່າ ເຮົາກໍາລັງເດີນຢູ່; ເມື່ອຢືນຢູ່ ກໍຮູ້ວ່າ ເຮົາກຳລັງຢືນຢູ່; ເມື່ອນັ່ງຢູ່ ກໍຮູ້ວ່າ ເຮົາກໍາລັງນັ່ງຢູ່; ເມື່ອນອນຢູ່ ກໍຮູ້ວ່າ ເຮົາກໍາລັງນອນຢູ່ ຫລືເຂົາຕັ້ງກາຍໄວ້ດ້ວຍອາກາຣຢ່າງໃດຢ່າງໜຶ່ງ ກໍຮູ້ແຈ້ງດ້ວຍອາກາຣຢ່າງນັ້ນໆ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີສັມປະຊັນຍະໃນກາຣກ້າວໄປແລະຖອຍກັບ, ມີສັມປະຊັນຍະໃນກາຣຫລຽວໄປຂ້າງໜ້າ ແລະຫລຽວຊ້າຍ ຫລຽວຂວາ, ມີສັມປະຊັນຍະໃນກາຣຄູ້ອະວັຍຍະວະເຂົ້າ ແລະຢຽດອອກ, ມີສັມປະຊັນຍະໃນກາຣຊົງຜ້າສັງຄາຕິ ບາຕ ແລະຈີວອຣ, ມີສັມປະຊັນຍະໃນກາຣກິນ ກາຣດື່ມ ກາຣຄ້ຽວ ກາຣຊີມ, ມີສັມປະຊັນຍະໃນກາຣຖ່າຍອຸຈຈາຣະ ກາຣຖ່າຍປັສສາວະ, ມີສັມປະຊັນຍະໃນກາຣເດີນ ກາຣຢືນ ກາຣນັ່ງ ກາຣນອນ ກາຣຕື່ນ ກາຣເວົ້າ ກາຣນິ້ງ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຍ່ອມພິຈາຣະນາເຫັນກາຍນີ້ ເບື້ອງເທິງແຕ່ພື້ນຕີນຂຶ້ນໄປ ເບື້ອງລຸ່ມແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບເຕັມດ້ວຍຂອງບໍ່ສະອາດມີປະກາຣຕ່າງໆວ່າ ມີຢູ່ໃນກາຍນີ້ຄື ຜົມ ຂົນ ເລັບ ຟັນ ໜັງ ຊີ້ນ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ພັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ນ້ອຍ ອາຫາຣໃໝ່ ອາຫາຣເກົ່າ ບີ ກະເທີ່ ນ້ຳໜອງ ເລືອດ ເຫື່ອ ໄຂມັນຂຸ້ນ ນ້ຳຕາ ໄຂມັນແຫລວ ນ້ຳລາຍ ນ້ຳມູກ ໄຂຂໍ້ ປັສສາວະ ເໝືອນໄຖ່ມີປາກສອງຂ້າງເຕັມດ້ວຍທັນຍະຊາຕຕ່າງໆຄື ເຂົ້າສາລີ ເຂົ້າເປືອກ ຖົ່ວຂຽວ ຖົ່ວເຫລືອງ ງາ ເຂົ້າສານ ບຸຣຸສຜູ້ມີຕາດີ ແກ້ໄຖ່ນັ້ນອອກແລ້ວຍ່ອມເຫັນໄດ້ວ່າ ນີ້ເຂົ້າສາລີ ນີ້ເຂົ້າເປືອກ ນີ້ຖົ່ວຂຽວ ນີ້ຖົ່ວເຫລືອງ ນີ້ງາ ນີ້ເຂົ້າສານ ສັນໃດ; ພິກຂຸກໍສັນນັ້ນເໝືອນກັນ ພິກຂຸຍ່ອມພິຈາຣະນາເຫັນກາຍນີ້ ເບື້ອງເທິງແຕ່ພື້ນຕີນຂຶ້ນໄປ ເບື້ອງລຸ່ມແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບ ເຕັມດ້ວຍຂອງບໍ່ສະອາດມີປະກາຣຕ່າງໆວ່າ ມີຢູ່ໃນກາຍນີ້ຄື ຜົມ ຂົນ ເລັບ ຟັນ ໜັງ ຊີ້ນ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ພັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ນ້ອຍ ອາຫາຣໃໝ່ ອາຫາຣເກົ່າ ບີ ກະເທີ່ ນ້ຳໜອງ ເລືອດ ເຫື່ອ ໄຂມັນຂຸ້ນ ນ້ຳຕາ ໄຂມັນແຫລວ ນ້ຳລາຍ ນ້ຳມູກ ໄຂຂໍ້ ປັສສາວະ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຍ່ອມພິຈາຣະນາເຫັນກາຍນີ້ ເຊິ່ງຕັ້ງຢູ່ຕາມທີ່ຕັ້ງຕາມປົກກະຕິ ໂດຍຄວາມເປັນທາຕວ່າ ມີຢູ່ໃນກາຍນີ້ຄື ທາຕດິນ ທາຕນໍ້າ ທາຕໄຟ ທາຕລົມ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸໄດ້ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ຕາຍແລ້ວວັນໜຶ່ງແດ່ ສອງວັນແດ່ ສາມວັນແດ່ ທີ່ຂຶ້ນອືດ ມີສີຂຽວໜ້າລັງກຽດ ນ້ຳເຫລືອງໄຫລ ໜ້າລັງກຽດ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸໄດ້ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ອັນຝູງກາຈິກກິນຢູ່ແດ່ ຝູງແຮ້ງຈິກກິນຢູ່ແດ່ ຝູງນົກພາກັນຈິກກິນຢູ່ແດ່ ໝູ່ໝາກັດກິນຢູ່ແດ່ ໝູ່ ໝາຈອກກັດກິນຢູ່ແດ່ ໝູ່ສັຕຕ່າງໆກັດກິນຢູ່ແດ່ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸໄດ້ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ເປັນຮ່າງກະດູກ ຍັງມີເນື້ອແລະເລືອດ ຍັງມີເສັ້ນເອັນຜູກຮັດຢູ່... ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ເປັນຮ່າງກະດູກເປື້ອນເລືອດ ແຕ່ປາສະຈາກເນື້ອ ຍັງມີເສັ້ນເອັນຜູກຮັດຢູ່ ຯລຯ ເປັນຮ່າງກະດູກ ປາສະຈາກເນື້ອແລະເລືອດແລ້ວ ຍັງມີເສັ້ນເອັນຮັດຢູ່ ຯລຯ ເປັນຮ່າງກະດູກ ປາສະຈາກເສັ້ນເອັນຜູກຮັດແລ້ວ ຢັງຢາຍໄປໃນທິສນ້ອຍທິສໃຫຍ່ ຄືກະດູກມືໄປທາງໜຶ່ງ ກະດູກຕີນໄປທາງໜຶ່ງ ກະດູກແຂ່ງໄປທາງໜຶ່ງ ກະດູກຂາໄປທາງໜຶ່ງ ກະດູກແອວໄປທາງໜຶ່ງ ກະດູກຂໍ້ສັນຫລັງໄປທາງໜຶ່ງ ກະດູກຊີກໂຄງໄປທາງໜຶ່ງ ກະດູກໜ້າເອິກໄປທາງໜຶ່ງ ກະດູກແຂນໄປທາງໜຶ່ງ ກະດູກບ່າໄຫລ່ໄປທາງໜຶ່ງ ກະດູກຄໍໄປທາງໜຶ່ງ ກະດູກຄາງໄປທາງໜຶ່ງ ກະດູກຟັນໄປທາງໜຶ່ງ ກະໂຫລກຫົວໄປທາງ ໜຶ່ງ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ມີພຽງແຕ່ກະດູກສີຂາວປຽບດັ່ງສີສັງຂ໌... ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ເປັນທ່ອນກະດູກຢາຍເປັນກອງໆ ມີອາຍຸເກີນປີໜຶ່ງ... ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ມີພຽງແຕ່ກະດູກ ຜຸເປັນຈຸນ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກ ມີວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່ ເຂົາກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ວິເວກ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ວິເວກຈະບໍ່ຖືກຕ້ອງ. ພິກຂຸທັງຫລາຍ ປຽບເໝືອນພະນັກງານສົງສນານຫລືລູກນ້ອງຂອງພະນັກງານສົງສນານຜູ້ສລາດ ໃສ່ຈຸນສີໂຕລົງໃນພາຊະນະສຳຣິດ ແລ້ວພຣົມດ້ວຍນ້ຳ ໝັກໄວ້ ເຖິງເວລາຕອນແລງ ກ້ອນຈຸນສີໂຕເຊິ່ງຢ່າງຊຶມໄປຈັບຕິດກັນທົ່ວທັງໝົດ ຍ່ອມບໍ່ກະແຈກກະຈາຍອອກ ສັນໃດ; ພິກຂຸທັງຫລາຍ ພິກຂຸກໍສັນນັ້ນແລ ກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ວິເວກ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ວິເວກຈະບໍ່ຖືກຕ້ອງ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ເພາະວິຕົກ ວິຈາຣສງົບໄປ ບໍ່ມີວິຕົກ ບໍ່ມີວິຈາຣ ມີປີຕິແລະສຸຂອັນເກີດແຕ່ສະມາທິຢູ່ ເຂົາກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ສະມາທິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ສະມາທິຈະບໍ່ຖືກຕ້ອງ. ພິກຂຸທັງຫລາຍ ປຽບເໝືອນວັງນ້ຳເລິກມີນ້ຳປັ່ນປ່ວນ ບໍ່ມີທາງທີ່ນ້ຳຈະໄຫລມາໄດ້ ທັງໃນດ້ານຕາເວັນອອກ ດ້ານໃຕ້ ດ້ານຕາເວັນຕົກ ດ້ານເໜືອ ທັງຝົນກໍບໍ່ຕົກເພີ່ມຕາມລະດູກາລ ແຕ່ສາຍນ້ຳເຢັນພຸຂຶ້ນຈາກວັງນ້ຳນັ້ນແລ້ວ ຍ່ອມກະທຳວັງນ້ຳນັ້ນແລໃຫ້ຊຸ່ມຊື່ນເອີບອາບຊາບຊຶມດ້ວຍນ້ຳເຢັນ ບໍ່ມີເອກະເທສໃດໆແຫ່ງວັງນ້ຳນັ້ນທັງໝົດ ທີ່ນ້ຳເຢັນຈະບໍ່ຖືກຕ້ອງ ສັນໃດ; ພິກຂຸທັງຫລາຍ ພິກຂຸກໍສັນນັ້ນແລ ຍ່ອມກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ສະມາທິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ສະມາທິຈະບໍ່ຖືກຕ້ອງ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸມີອຸເປກຂາ ມີສະຕິ ສັມປະຊັນຍະ ສເວີຍສຸຂດ້ວຍກາຍ ເພາະປີຕິສິ້ນໄປ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິ ຢູ່ເປັນສຸຂ ເຂົາກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍສຸຂອັນປາສະຈາກປີຕິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕທີ່ສຸຂປາສະຈາກປີຕິຈະບໍ່ຖືກຕ້ອງ. ພິກຂຸທັງຫລາຍ ປຽບເໝືອນໃນກໍບົວອຸບົລ ໃນກໍບົວປະທຸມ ຫລືໃນກໍບົວບຸນທະຣິກ, ດອກບົວອຸບົລ ດອກບົວປະທຸມ ຫລືດອກບົວບຸນທະຣິກ ບາງເຫລົ່າເຊິ່ງເກີດໃນນ້ຳ ຈະເຣີນໃນນ້ຳ ຍັງບໍ່ພົ້ນນ້ຳ ຈົມຢູ່ໃນນ້ຳ ອັນນ້ຳຫລໍ່ລ້ຽງໄວ້ ດອກບົວເຫລົ່ານັ້ນ ຊຸ່ມຊື່ນເອີບອາບຊາບຊຶມດ້ວຍນ້ຳເຢັນຕລອດຍອດ ຕລອດເຫງົ້າ ບໍ່ມີເອກະເທສໃດໆແຫ່ງດອກບົວອຸບົລ ດອກບົວປະທຸມ ຫລືດອກບົວບຸນທະຣິກທົ່ວທຸກສ່ວນ ທີ່ນ້ຳເຢັນຈະບໍ່ຖືກຕ້ອງ ສັນໃດ; ພິກຂຸທັງຫລາຍ ພິກຂຸກໍສັນນັ້ນແລ ຍ່ອມກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍສຸຂອັນປາສະຈາກປີຕິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕທີ່ສຸຂປາສະຈາກປີຕິຈະບໍ່ຖືກຕ້ອງ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ເພາະລະສຸຂລະທຸກຂ໌ ແລະດັບໂສມະນັສໂທມະນັສກ່ອນໆໄດ້ ມີອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່ ເຂົານັ່ງແຜ່ໄປທົ່ວກາຍນີ້ແລ ດ້ວຍໃຈອັນບໍຣິສຸທຜຸດຜ່ອງ ບໍ່ມີເອກເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ໃຈອັນບໍຣິສຸທຜຸດຜ່ອງຈະບໍ່ຖືກຕ້ອງ. ພິກຂຸທັງຫລາຍ ປຽບເໝືອນບຸຣຸສນັ່ງຄຸມໂຕ ຕລອດຫົວດ້ວຍຜ້າຂາວ ບໍ່ມີເອກເທສໃດໆແຫ່ງກາຍທຸກໆສ່ວນຂອງເຂົາທີ່ຜ້າຂາວຈະບໍ່ຖືກຕ້ອງ ສັນໃດ; ພິກຂຸທັງຫລາຍ ພິກຂຸກໍສັນນັ້ນແລ ເຂົານັ່ງແຜ່ໄປທົ່ວກາຍນີ້ແລ ດ້ວຍໃຈອັນບໍຣິສຸທຜຸດຜ່ອງ ບໍ່ມີເອກເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ໃຈອັນບໍຣິສຸທຜຸດຜ່ອງຈະບໍ່ຖືກຕ້ອງ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ. ພິກຂຸທັງຫລາຍ! ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກຸສົລທັມຢ່າງໃດຢ່າງໜຶ່ງອັນເປັນໄປໃນສ່ວນແຫ່ງວິຊຊາ ຍ່ອມຢັ່ງລົງໃນພາຍໃນຂອງພິກຂຸນັ້ນ. ພິກຂຸທັງຫລາຍ ປຽບເໝືອນມະຫາສະໝຸດອັນຜູ້ໃດຜູ້ໜຶ່ງຖືກຕ້ອງດ້ວຍໃຈແລ້ວ ແມ່ນ້ຳນ້ອຍສາຍໃດສາຍໜຶ່ງຍ່ອມໄຫລລົງສູ່ມະຫາສະໝຸດ ສັນໃດ; ພິກຂຸທັງຫລາຍ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກຸສົລທັມຢ່າງໃດຢ່າງໜຶ່ງອັນເປັນໄປໃນສ່ວນແຫ່ງວິຊຊາ ຍ່ອມຢັ່ງລົງໃນພາຍໃນຂອງພິກຂຸນັ້ນ ສັນນັ້ນເໝືອນກັນ. ພິກຂຸທັງຫລາຍ! ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ບໍ່ຈະເຣີນແລ້ວ ບໍ່ກະທຳໃຫ້ຫລາຍແລ້ວ ມາຣຍ່ອມໄດ້ຊ່ອງ ຍ່ອມໄດ້ອາຣົມນ໌. ພິກຂຸທັງຫລາຍ ປຽບເໝືອນບຸຣຸສຫວ່ຽງກ້ອນສິລາໜັກໄປທີ່ກອງດິນປຽກ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ກ້ອນສິລາໜັກນັ້ນຈະໄດ້ຊ່ອງໃນກອງດິນປຽກຫລືໜໍ? ພິກຂຸເຫລົ່ານັ້ນກຣາບທູລວ່າ ໄດ້ ພຣະອົງຄ໌ຜູ້ຈະເຣີນ! ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ບໍ່ຈະເຣີນແລ້ວ ບໍ່ກະທຳໃຫ້ຫລາຍແລ້ວ ມາຣຍ່ອມໄດ້ຊ່ອງ ຍ່ອມໄດ້ອາຣົມນ໌. ພິກຂຸທັງຫລາຍ! ປຽບເໝືອນໄມ້ແຫ້ງສະໜິດ ຕໍ່ມາ ບຸຣຸສນຳໄປເປັນໄມ້ສີໄຟ ດ້ວຍຫວັງວ່າ ເຮົາຈັກກໍ່ໄຟໃຫ້ເກີດຄວາມຮ້ອນຂຶ້ນ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ຄື ບຸຣຸສນັ້ນໃຊ້ໄມ້ທີ່ແຫ້ງສະໜິດນັ້ນມາກະທຳເປັນໄມ້ສີໄຟແລ້ວສີໃຫ້ເກີດໄຟ ໃຫ້ເກີດຄວາມຮ້ອນໄດ້ຫລືໜໍ? ໄດ້ ພຣະອົງຄ໌ຜູ້ຈະເຣີນ! ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ບໍ່ຈະເຣີນແລ້ວ ບໍ່ກະທຳໃຫ້ຫລາຍແລ້ວ ມາຣຍ່ອມໄດ້ຊ່ອງ ຍ່ອມໄດ້ອາຣົມນ໌. ພິກຂຸທັງຫລາຍ! ປຽບເໝືອນໝໍ້ນ້ຳວ່າງເປົ່າ ອັນເຂົາຕັ້ງໄວ້ເທິງເຄື່ອງຮອງ ຕໍ່ມາ ມີບຸຣຸສຖືເອົາໝໍ້ນ້ຳນັ້ນມາເປັນເຄື່ອງຕັກນ້ຳ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ຄື ບຸຣຸສນັ້ນຈະຕັກນ້ຳໄດ້ຫລືໜໍ? ໄດ້ ພຣະອົງຄ໌ຜູ້ຈະເຣີນ! ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ບໍ່ຈະເຣີນແລ້ວ ບໍ່ກະທຳໃຫ້ຫລາຍແລ້ວ ມາຣຍ່ອມໄດ້ຊ່ອງ ຍ່ອມໄດ້ອາຣົມນ໌. ພິກຂຸທັງຫລາຍ! ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ມາຣຍ່ອມບໍ່ໄດ້ຊ່ອງ ຍ່ອມບໍ່ໄດ້ອາຣົມນ໌. ພິກຂຸທັງຫລາຍ ປຽບເໝືອນບຸຣຸສໂຍນກຸ່ມດ້າຍເບົາໆລົງທີ່ແຜ່ນກະດານລຽທີ່ກະທຳດ້ວຍໄມ້ແກ່ນລ້ວນ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ກຸ່ມດ້າຍເບົາໆນັ້ນຈະໄດ້ຊ່ອງເທິງແຜ່ນກະດານລຽບທີ່ກະທຳດ້ວຍໄມ້ແກ່ນລ້ວນຫລືໜໍ? ບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ! ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ມາຣຍ່ອມບໍ່ໄດ້ຊ່ອງ ຍ່ອມບໍ່ໄດ້ອາຣົມນ໌. ພິກຂຸທັງຫລາຍ! ປຽບເໝືອນໄມ້ສົດມີຢາງ ຕໍ່ມາ ບຸຣຸສນຳໄປເປັນໄມ້ສີໄຟ ດ້ວຍຫວັງວ່າ ເຮົາຈັກກໍ່ໄຟໃຫ້ເກີດຄວາມຮ້ອນຂຶ້ນ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ຄື ບຸຣຸສນັ້ນໃຊ້ໄມ້ສົດທີ່ມີຢາງນັ້ນມາກະທຳເປັນໄມ້ສີໄຟແລ້ວສີໃຫ້ເກີດໄຟ ໃຫ້ເກີດຄວາມຮ້ອນໄດ້ຫລືໜໍ? ບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ! ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ມາຣຍ່ອມບໍ່ໄດ້ຊ່ອງ ຍ່ອມບໍ່ໄດ້ອາຣົມນ໌. ພິກຂຸທັງຫລາຍ! ປຽບເໝືອນໝໍ້ນ້ຳທີ່ມີນ້ຳເຕັມປ່ຽມສະເໝີຂອບປາກ ພໍທີ່ກາຈະດື່ມໄດ້ ອັນເຂົາຕັ້ງໄວ້ເທິງເຄື່ອງຮອງ ຕໍ່ມາ ມີບຸຣຸສຖືເອົາໝໍ້ນ້ຳນັ້ນມາເປັນເຄື່ອງຕັກນ້ຳ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ຄື ບຸຣຸສນັ້ນຈະຕັກນ້ຳໄດ້ຫລືໜໍ? ບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ! ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ມາຣຍ່ອມບໍ່ໄດ້ຊ່ອງ ຍ່ອມບໍ່ໄດ້ອາຣົມນ໌. ພິກຂຸທັງຫລາຍ! ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ພິກຂຸນັ້ນນ້ອມຈິຕໄປເພື່ອກະທຳໃຫ້ແຈ້ງທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງໃດໆ ເມື່ອມີສະຕິເປັນເຫຕ ເຂົາຍ່ອມເຖິງຄວາມເປັນຜູ້ສາມາດໃນທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງນັ້ນໆໄດ້. ພິກຂຸທັງຫລາຍ! ປຽບເໝືອນໝໍ້ນ້ຳທີ່ມີນ້ຳເຕັມປ່ຽມສະເໝີຂອບປາກ ພໍທີ່ກາຈະດື່ມໄດ້ ອັນເຂົາຕັ້ງໄວ້ເທິງເຄື່ອງຮອງ ບຸຣຸສຜູ້ມີກຳລັງມາສັ່ນໝໍ້ນ້ຳນັ້ນໂດຍວິທີໃດໆ ນ້ຳນັ້ນຍ່ອມຈະໄຫລມາໂດຍວິທີນັ້ນໆໄດ້ຫລືໜໍ? ໄດ້ ພຣະອົງຄ໌ຜູ້ຈະເຣີນ! ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ພິກຂຸນັ້ນນ້ອມຈິຕໄປເພື່ອກະທຳໃຫ້ແຈ້ງທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງໃດໆ ເມື່ອມີສະຕິເປັນເຫຕ ເຂົາຍ່ອມເຖິງຄວາມເປັນຜູ້ສາມາດໃນທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງນັ້ນໆໄດ້. ພິກຂຸທັງຫລາຍ! ປຽບເໝືອນສະໂບກຂະຣະນີສີ່ຫລ່ຽມ ໃນພູມີພາຄທີ່ຮາບພຽງທີ່ເຂົາພູນຄັນໄວ້ ນ້ຳເຕັມປ່ຽມສະເໝີຂອບປາກ ພໍທີ່ກາຈະດື່ມໄດ້ ບຸຣຸສຜູ້ມີກຳລັງເຈາະຄັນສະໂບກຂະຣະນີນັ້ນທາງດ້ານໃດໆ ຈະເຖິງນ້ຳທາງດ້ານນັ້ນໆໄດ້ຫລືໜໍ? ໄດ້ ພຣະອົງຄ໌ຜູ້ຈະເຣີນ! ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ພິກຂຸນັ້ນນ້ອມຈິຕໄປເພື່ອກະທຳໃຫ້ແຈ້ງທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງໃດໆ ເມື່ອມີສະຕິເປັນເຫຕ ເຂົາຍ່ອມເຖິງຄວາມເປັນຜູ້ສາມາດໃນທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງນັ້ນໆໄດ້. ພິກຂຸທັງຫລາຍ! ປຽບເໝືອນຣົຖມ້າອາຊາໄນຍ ທີ່ເຂົາທຽມມ້າແລ້ວ ມີແສ້ສຽບໄວ້ໃນທີ່ລະຫວ່າງມ້າທັງສອງ ຈອດຢູ່ໃນພື້ນທີ່ຮາບພຽງທີ່ທາງໃຫຍ່ ໔ ແຍກ ນາຍສາຣະຖີຜູ້ຝຶກມ້າ ເປັນອາຈາຣຍ໌ຂັບຂີ່ຜູ້ສລາດ ຂຶ້ນຣົຖນັ້ນແລ້ວ ມືຊ້າຍຈັບສາຍບັງຫຽນ ມືຂວາຈັບແສ້ ຍ່ອມຂັບຣົຖໄປຍັງທີ່ປາຖນາໄດ້ ສັນໃດ; ພິກຂຸທັງຫລາຍ ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ພິກຂຸນັ້ນນ້ອມຈິຕໄປເພື່ອກະທຳໃຫ້ແຈ້ງທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງໃດໆ ເມື່ອມີສະຕິເປັນເຫຕ ເຂົາຍ່ອມເຖິງຄວາມເປັນຜູ້ສາມາດໃນທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງນັ້ນໆໄດ້. ພິກຂຸທັງຫລາຍ! ກາຍະຄະຕາສະຕິ ອັນພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶຕສັ່ງສົມເນື່ອງໆ ປຣາຣົພສະໝໍ່າສະເໝີດີແລ້ວ ຍ່ອມຫວັງອານິສົງສ໌ ໑໐ ປະກາຣຄື: ເປັນຜູ້ອົດທົນຕໍ່ຄວາມຍິນດີແລະຄວາມບໍ່ຍິນດີໄດ້ ບໍ່ຖືກຄວາມບໍ່ຍິນດີຄອບງຳ ຍ່ອມຄອບງຳຄວາມບໍ່ຍິນດີທີ່ເກີດຂຶ້ນແລ້ວດ້ວຍ. ອົດທົນຕໍ່ພັຍແລະຄວາມຢ້ານກົວໄດ້ ບໍ່ຖືກພັຍແລະຄວາມຢ້ານກົວຄອບງຳ ຍ່ອມຄອບງຳພັຍແລະຄວາມຢ້ານກົວທີ່ເກີດຂຶ້ນແລ້ວດ້ວຍ. ເປັນຜູ້ມີປົກກະຕິອົດທົນຕໍ່ຄວາມໜາວ ຄວາມຮ້ອນ ຄວາມຫິວ ຄວາມກະຫາຍ ອົດທົນຕໍ່ເຫລືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫລາຍ, ອົດທົນຕໍ່ຄຳຫຍາບຄາຍ ອົດທົນຕໍ່ທຸກຂະເວທະນາທາງກາຍທີ່ເກີດຂຶ້ນແລ້ວ ອັນກ້າແຂັງ ເຜັດຮ້ອນ ອັນບໍ່ເປັນທີ່ຊື່ນໃຈ ບໍ່ເປັນທີ່ຊອບໃຈ ສາມາດພາກຊີວິຕໄປໄດ້. ເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ອັນເປັນມະຫາຄະຕະຈິຕ ເປັນເຄື່ອງຢູ່ເປັນສຸຂໃນປັຈຈຸບັນ. ຍ່ອມສະແດງລິທໄດ້ໂດຍອະເນກປະກາຣຄື: ຄົນດຽວເຮັດເປັນຫລາຍຄົນກໍໄດ້; ຫລາຍຄົນເປັນຄົນດຽວກໍໄດ້; ຫາຍຕົວໄປນອກຝາ ນອກກຳແພງ ນອກພູເຂົາໄດ້ໂດຍບໍ່ຕິດຂັດເໝືອນໄປໃນທີ່ວ່າງກໍໄດ້; ທຳກາຣຜຸດຂຶ້ນຫລືມຸດລົງໃນແຜ່ນດິນເໝືອນໃນນ້ຳກໍໄດ້; ເດີນເທິງນ້ຳບໍ່ແຕກເໝືອນເດີນໃນແຜ່ນດິນກໍໄດ້; ເຫາະໄປໃນອາກາສທັງທີ່ຍັງນັ່ງຄູ້ບັນລັງເໝືອນນົກກໍໄດ້; ລູບຄຳດວງຈັນທ໌ ດວງອາທິຕເຊິ່ງມີລິທຫລາຍ ມີອານຸພາບຫລາຍດ້ວຍຝາມືກໍໄດ້; ໃຊ້ອຳນາຈທາງກາຍໄປຈົນເຖິງພຣົມມະໂລກກໍໄດ້. ສາມາດຟັງສຽງທັງ ໒ ຄື ສຽງທິພແລະສຽງມະນຸສທັງໃນທີ່ໄກແລະທີ່ໃກ້ ດ້ວຍທິພພະໂສຕະອັນບໍຣິສຸທ ລ່ວງໂສຕະຂອງມະນຸສ. ສາມາດກຳນົດຮູ້ໃຈຂອງສັຕອື່ນ ແລະບຸຄຄົລອື່ນໄດ້ດ້ວຍໃຈຄື: ຈິຕມີຣາຄະ ກໍຮູ້ວ່າ ຈິຕມີຣາຄະ; ຈິຕປາສະຈາກຣາຄະ ກໍຮູ້ວ່າ ຈິຕປາສະຈາກຣາຄະ; ຈິຕມີໂທສະ ກໍຮູ້ວ່າ ຈິຕມີໂທສະ; ຈິຕປາສະຈາກໂທສະ ກໍຮູ້ວ່າ ຈິຕປາສະຈາກໂທສະ; ຈິຕມີໂມຫະ ກໍຮູ້ວ່າ ຈິຕມີໂມຫະ; ຈິຕປາສະຈາກໂມຫະ ກໍຮູ້ວ່າ ຈິຕປາສະຈາກໂມຫະ; ຈິຕຫົດຫູ່ ກໍຮູ້ວ່າ ຈິຕຫົດຫູ່; ຈິຕຟຸ້ງຊ່ານ ກໍຮູ້ວ່າ ຈິຕຟຸ້ງຊ່ານ; ຈິຕເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕເປັນມະຫັຄຄະຕະ; ຈິຕບໍ່ເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕບໍ່ເປັນມະຫັຄຄະຕະ; ຈິຕມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕມີຈິຕອື່ນຍິ່ງກວ່າ; ຈິຕບໍ່ມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕບໍ່ມີຈິຕອື່ນຍິ່ງກວ່າ; ຈິຕຕັ້ງໝັ້ນ ກໍຮູ້ວ່າ ຈິຕຕັ້ງໝັ້ນ; ຈິຕບໍ່ຕັ້ງໝັ້ນ ກໍຮູ້ວ່າ ຈິຕບໍ່ຕັ້ງໝັ້ນ; ຈິຕຫລຸດພົ້ນ ກໍຮູ້ວ່າ ຈິຕຫລຸດພົ້ນ; ຈິຕບໍ່ຫລຸດພົ້ນ ກໍຮູ້ວ່າ ຈິຕບໍ່ຫລຸດພົ້ນ. ຍ່ອມຣະນຶກເຖິງຂັນທ໌ທີ່ຢູ່ອາສັຍໃນຊາຕກ່ອນໄດ້ເປັນອະເນກປະກາຣຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອັນມາກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້. ຍ່ອມມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ ດັ່ງນີ້. ເຂົາຍ່ອມເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້. ຍ່ອມກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່. ພິກຂຸທັງຫລາຍ! ກາຍະຄະຕາສະຕິ ອັນພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶຕສັ່ງສົມເນື່ອງໆ ປຣາຣົພສະໝໍ່າສະເໝີດີແລ້ວ ຍ່ອມຫວັງອານິສົງສ໌ ໑໐ ປະກາຣດັ່ງນີ້ແລ. ພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ແລ້ວ ພິກຂຸເຫລົ່ານັ້ນຕ່າງຊື່ນຊົມຍິນດີພຣະພາສິຕຂອງພຣະຜູ້ມີພຣະພາຄແລ.
- The four kinds of nutriment for the maintenance of beings that have already come to be and for the assistance of those about to come to be
The Buddha's words Puttamaṁsasutta SN 12.63 https://suttacentral.net/sn12.63 Photo by David Klein on Unsplash At Savatthi. “Bhikkhus, there are these four kinds of nutriment for the maintenance of beings that have already come to be and for the assistance of those about to come to be. What four? The nutriment edible food, gross or subtle; second, contact; third, mental volition; fourth, consciousness. These are the four kinds of nutriment for the maintenance of beings that have already come to be and for the assistance of those about to come to be. “And how, bhikkhus, should the nutriment edible food be seen? Suppose a couple, husband and wife, had taken limited provisions and were travelling through a desert. They have with them their only son, dear and beloved. Then, in the middle of the desert, their limited provisions would be used up and exhausted, while the rest of the desert remains to be crossed. The husband and wife would think: ‘Our limited provisions have been used up and exhausted, while the rest of this desert remains to be crossed. Let us kill our only son, dear and beloved, and prepare dried and spiced meat. By eating our son’s flesh we can cross the rest of this desert. Let not all three of us perish!’ “Then, bhikkhus, the husband and wife would kill their only son, dear and beloved, prepare dried and spiced meat, and by eating their son’s flesh they would cross the rest of the desert. While they are eating their son’s flesh, they would beat their breasts and cry: ‘Where are you, our only son? Where are you, our only son?’ “What do you think, bhikkhus? Would they eat that food for amusement or for enjoyment or for the sake of physical beauty and attractiveness?” “No, venerable sir.” “Wouldn’t they eat that food only for the sake of crossing the desert?” “Yes, venerable sir.” “It is in such a way, bhikkhus, that I say the nutriment edible food should be seen. When the nutriment edible food is fully understood, lust for the five cords of sensual pleasure is fully understood. When lust for the five cords of sensual pleasure is fully understood, there is no fetter bound by which a noble disciple might come back again to this world. “And how, bhikkhus, should the nutriment contact be seen? Suppose there is a flayed cow. If she stands exposed to a wall, the creatures dwelling in the wall would nibble at her. If she stands exposed to a tree, the creatures dwelling in the tree would nibble at her. If she stands exposed to water, the creatures dwelling in the water would nibble at her. If she stands exposed to the open air, the creatures dwelling in the open air would nibble at her. Whatever that flayed cow stands exposed to, the creatures dwelling there would nibble at her. “It is in such a way, bhikkhus, that I say the nutriment contact should be seen. When the nutriment contact is fully understood, the three kinds of feeling are fully understood. When the three kinds of feeling are fully understood, I say, there is nothing further that a noble disciple needs to do. “And how, bhikkhus, should the nutriment mental volition be seen? Suppose there is a charcoal pit deeper than a man’s height, filled with glowing coals without flame or smoke. A man would come along wanting to live, not wanting to die, desiring happiness and averse to suffering. Then two strong men would grab him by both arms and drag him towards the charcoal pit. The man’s volition would be to get far away, his longing would be to get far away, his wish would be to get far away from the charcoal pit. For what reason? Because he knows: ‘I will fall into this charcoal pit and on that account I will meet death or deadly suffering.’ “It is in such a way, bhikkhus, that I say the nutriment mental volition should be seen. When the nutriment mental volition is fully understood, the three kinds of craving are fully understood. When the three kinds of craving are fully understood, I say, there is nothing further that a noble disciple needs to do. “And how, bhikkhus, should the nutriment consciousness be seen? Suppose they were to arrest a bandit, a criminal, and bring him before the king, saying: ‘Sire, this man is a bandit, a criminal. Impose on him whatever punishment you wish.’ The king says to them: ‘Go, men, in the morning strike this man with a hundred spears.’ In the morning they strike him with a hundred spears. Then at noon the king asks: ‘Men, how’s that man?’–‘Still alive, sire.’–‘Then go, and at noon strike him with a hundred spears.’ At noon they strike him with a hundred spears. Then in the evening the king asks: ‘Men, how’s that man?’–‘Still alive, sire.’ –‘Then go, and in the evening strike him with a hundred spears.’ In the evening they strike him with a hundred spears. “What do you think, bhikkhus? Would that man, being struck with three hundred spears, experience pain and displeasure on that account?” “Venerable sir, even if he were struck with one spear he would experience pain and displeasure on that account, not to speak of three hundred spears.” “It is in such a way, bhikkhus, that I say the nutriment consciousness should be seen. When the nutriment consciousness is fully understood, name-and-form is fully understood. When name-and-form is fully understood, I say, there is nothing further that a noble disciple needs to do.”
- Topics for Recollection
The Buddha's words Udāyīsutta AN 6.29 https://suttacentral.net/an6.29 Photo by AXP Photography from Pexels Then the Buddha said to Udāyī, “Udāyī, how many topics for recollection are there?” When he said this, Udāyī kept silent. And a second time … and a third time, the Buddha said to him, “Udāyī, how many topics for recollection are there?” And a second time and a third time Udāyī kept silent. Then Venerable Ānanda said to Venerable Udāyī, “Reverend Udāyī, the teacher is addressing you.” “Reverend Ānanda, I hear the Buddha. It’s when a mendicant recollects many kinds of past lives. That is: one, two, three, four, five, ten, twenty, thirty, forty, fifty, a hundred, a thousand, a hundred thousand rebirths; many eons of the world contracting, many eons of the world expanding, many eons of the world contracting and expanding. They remember: ‘There, I was named this, my clan was that, I looked like this, and that was my food. This was how I felt pleasure and pain, and that was how my life ended. When I passed away from that place I was reborn somewhere else. There, too, I was named this, my clan was that, I looked like this, and that was my food. This was how I felt pleasure and pain, and that was how my life ended. When I passed away from that place I was reborn here.’ And so they recollect their many kinds of past lives, with features and details. This is a topic for recollection.” Then the Buddha said to Venerable Ānanda: “Ānanda, I know that this silly man Udāyī is not committed to the higher mind. Ānanda, how many topics for recollection are there?” “Sir, there are five topics for recollection. What five? Firstly, a mendicant, quite secluded from sensual pleasures, secluded from unskillful qualities, enters and remains in the first absorption … second absorption … third absorption. When this topic of recollection is developed and cultivated in this way it leads to blissful meditation in this very life. Furthermore, a mendicant focuses on the perception of light, concentrating on the perception of day regardless of whether it’s night or day. And so, with an open and unenveloped heart, they develop a mind that’s full of radiance. When this topic of recollection is developed and cultivated in this way it leads to knowledge and vision. Furthermore, a mendicant examines their own body up from the soles of the feet and down from the tips of the hairs, wrapped in skin and full of many kinds of filth. ‘In this body there is head hair, body hair, nails, teeth, skin, flesh, sinews, bones, bone marrow, kidneys, heart, liver, diaphragm, spleen, lungs, intestines, mesentery, undigested food, feces, bile, phlegm, pus, blood, sweat, fat, tears, grease, saliva, snot, synovial fluid, urine.’ When this topic of recollection is developed and cultivated in this way it leads to giving up sensual desire. Furthermore, suppose a mendicant were to see a corpse thrown in a charnel ground. And it had been dead for one, two, or three days, bloated, livid, and festering. They’d compare it with their own body: ‘This body is also of that same nature, that same kind, and cannot go beyond that.’ Or suppose they were to see a corpse thrown in a charnel ground being devoured by crows, hawks, vultures, dogs, jackals, and many kinds of little creatures. They’d compare it with their own body: ‘This body is also of that same nature, that same kind, and cannot go beyond that.’ Furthermore, suppose they were to see a corpse thrown in a charnel ground, a skeleton with flesh and blood, held together by sinews … A skeleton without flesh but smeared with blood, and held together by sinews … A skeleton rid of flesh and blood, held together by sinews … Bones rid of sinews scattered in every direction. Here a hand-bone, there a foot-bone, here a shin-bone, there a thigh-bone, here a hip-bone, there a rib-bone, here a back-bone, there an arm-bone, here a neck-bone, there a jaw-bone, here a tooth, there the skull … White bones, the color of shells … Decrepit bones, heaped in a pile … Bones rotted and crumbled to powder. They’d compare it with their own body: ‘This body is also of that same nature, that same kind, and cannot go beyond that.’ When this topic of recollection is developed and cultivated in this way it leads to uprooting the conceit ‘I am’. Furthermore, a mendicant, giving up pleasure and pain, and ending former happiness and sadness, enters and remains in the fourth absorption, without pleasure or pain, with pure equanimity and mindfulness. When this topic of recollection is developed and cultivated in this way it leads to the penetration of many elements. These are the five topics for recollection.” “Good, good, Ānanda. Well then, Ānanda, you should also remember this sixth topic for recollection. In this case, a mendicant goes out mindfully, returns mindfully, stands mindfully, sits mindfully, lies down mindfully, and applies themselves to work mindfully. When this topic of recollection is developed and cultivated in this way it leads to mindfulness and situational awareness. ”
- The Benefits of Walking Meditation
The Buddha's words Caṅkamasutta AN 5.29 https://suttacentral.net/an5.29 Walking meditation outdoor “Bhikkhus, there are these five benefits of walking meditation . What five? One becomes capable of journeys; One becomes capable of striving; One becomes healthy; What one has eaten, drunk, consumed, and tasted is properly digested; The concentration attained through walking meditation is long lasting. These are the five benefits of walking meditation.”
- Yoke with a Hole
The Buddha's words Paṭhamachiggaḷayugasutta SN 56.47 https://suttacentral.net/sn56.47 Photo by Andres Abogabir on Unsplash “Bhikkhus, suppose a man would throw a yoke with a single hole into the great ocean, and there was a blind turtle which would come to the surface once every hundred years. What do you think, bhikkhus, would that blind turtle, coming to the surface once every hundred years, insert its neck into that yoke with a single hole?” “If it would ever do so, venerable sir, it would be only after a very long time.” “Sooner, I say, would that blind turtle, coming to the surface once every hundred years, insert its neck into that yoke with a single hole than the fool who has gone once to the nether world would regain the human state. For what reason? Because here, bhikkhus, there is no conduct guided by the Dhamma, no righteous conduct, no wholesome activity, no meritorious activity. Here there prevails mutual devouring, the devouring of the weak. For what reason? Because, bhikkhus, they have not seen the Four Noble Truths. What four? The noble truth of suffering, the noble truth of the origin of suffering, the noble truth of the cessation of suffering, the noble truth of the way leading to the cessation of suffering. “Therefore, bhikkhus, an exertion should be made to understand: ‘This is suffering.’ An exertion should be made to understand: ‘This is the origin of suffering.’ An exertion should be made to understand: ‘This is the cessation of suffering.’ An exertion should be made to understand: ‘This is the way leading to the cessation of suffering.’”
- ທັມສະມາທານ ໔ ຢ່າງ
The Buddha's words ມັຊຊິມະນິກາຍ ມູລະປັນນາສກ໌ ໑໒/໓໙໙/໕໒໐ Photo by Junior Louis Jean on Unsplash ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິດິກະເສດຖີ ເຂຕພຣະນະຄອຣສາວັຕຖີ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍວ່າ: ພິກຂຸທັງຫລາຍ! ພິກຂຸເຫລົ່ານັ້ນທູລຮັບພຣະດຳຣັສຂອງພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄຕຣັສວ່າ: ພິກຂຸທັງຫລາຍ! ໂດຍສ່ວນຫລາຍສັຕທັງຫລາຍມີຄວາມປາຖນາ ມີຄວາມພໍໃຈ ມີຄວາມປະສົງຢ່າງນີ້ວ່າ ໂອໜໍ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຈົ່ງເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຈົ່ງຈະເຣີນຂຶ້ນ ດັ່ງນີ້. ພິກຂຸທັງຫລາຍ! ເມື່ອສັຕເຫລົ່ານັ້ນມີຄວາມປາຖນາ ມີຄວາມພໍໃຈ ມີຄວາມປະສົງຢ່າງນີ້ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ, ພິກຂຸທັງຫລາຍ ໃນຂໍ້ນັ້ນ ພວກເຈົ້າທັງຫລາຍຍ່ອມເຂົ້າໃຈເຫຕນັ້ນຢ່າງໃດ? ພິກຂຸເຫລົ່ານັ້ນກຣາບທູລວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທັມທັງຫລາຍຂອງພວກຂ້ານ້ອຍມີພຣະຜູ້ມີພຣະພາຄເປັນມູລ ມີພຣະຜູ້ມີພຣະພາຄເປັນຜູ້ນຳ ມີພຣະຜູ້ມີພຣະພາຄເປັນທີ່ເພິ່ງອາສັຍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂໍປະທານພຣະວະໂຣກາສ ຂໍເນື້ອຄວາມແຫ່ງພາສິຕນັ້ນຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາຄເຖີດ ພິກຂຸທັງຫລາຍໄດ້ຟັງຕໍ່ພຣະຜູ້ມີພຣະພາຄແລ້ວ ຈັກຊົງຈຳໄວ້. ພິກຂຸທັງຫລາຍ! ຖ້າຢ່າງນັ້ນ ພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ. ພິກຂຸເຫລົ່ານັ້ນທູລຮັບພຣະດຳຣັສຂອງພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄຕຣັສວ່າ: ພິກຂຸທັງຫລາຍ! ປຸຖຸຊົນຜູ້ບໍ່ໄດ້ສະດັບໃນໂລກນີ້ ບໍ່ໄດ້ເຫັນພຣະອະຣິຍະ ບໍ່ສລາດໃນທັມຂອງພຣະອະຣິຍະ ບໍ່ໄດ້ຝຶກໃນທັມຂອງພຣະອະຣິຍະ ບໍ່ໄດ້ເຫັນສັປບຸຣຸສ ບໍ່ສລາດໃນທັມຂອງສັປບຸຣຸສ ບໍ່ໄດ້ຝຶກໃນທັມຂອງສັປບຸຣຸສ ຍ່ອມບໍ່ຮູ້ຈັກທັມທີ່ຄວນເສພ ຍ່ອມບໍ່ຮູ້ຈັກທັມທີ່ບໍ່ຄວນເສພ ຍ່ອມບໍ່ຮູ້ຈັກທັມທີ່ຄວນຄົບ ຍ່ອມບໍ່ຮູ້ຈັກທັມທີ່ບໍ່ຄວນຄົບ ເມື່ອບໍ່ຮູ້ຈັກທັມທີ່ຄວນເສພ ບໍ່ຮູ້ຈັກທັມທີ່ບໍ່ຄວນເສພ ບໍ່ຮູ້ຈັກທັມທີ່ຄວນຄົບ ບໍ່ຮູ້ຈັກທັມທີ່ບໍ່ຄວນຄົບ ກໍເສພທັມທີ່ບໍ່ຄວນເສພ ບໍ່ເສພທັມທີ່ຄວນເສພ ຄົບທັມທີ່ບໍ່ຄວນຄົບ ບໍ່ຄົບທັມທີ່ຄວນຄົບ ເມື່ອເສພທັມທີ່ບໍ່ຄວນເສພ ບໍ່ເສພທັມທີ່ຄວນເສພ ຄົບທັມທີ່ບໍ່ຄວນຄົບ ບໍ່ຄົບທັມທີ່ຄວນຄົບ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະປຸຖຸຊົນບໍ່ຮູ້ຖືກຕ້ອງ. ພິກຂຸທັງຫລາຍ! ສ່ວນອະຣິຍະສາວົກຜູ້ໄດ້ສະດັບແລ້ວ ໄດ້ເຫັນພຣະອະຣິຍະ ສລາດໃນທັມຂອງພຣະອະຣິຍະ ໄດ້ຝຶກດີແລ້ວໃນທັມຂອງພຣະອະຣິຍະ ໄດ້ເຫັນສັປບຸຣຸສ ສລາດໃນທັມຂອງສັປບຸຣຸສ ໄດ້ຝຶກດີແລ້ວໃນທັມຂອງສັປບຸຣຸສ ຍ່ອມຮູ້ຈັກທັມທີ່ຄວນເສພ ຍ່ອມຮູ້ຈັກທັມທີ່ບໍ່ຄວນເສພ ຍ່ອມຮູ້ຈັກທັມທີ່ຄວນຄົບ ຍ່ອມຮູ້ຈັກທັມທີ່ບໍ່ຄວນຄົບ ເມື່ອຮູ້ຈັກທັມທີ່ຄວນເສພ ຮູ້ຈັກທັມທີ່ບໍ່ຄວນເສພ ຮູ້ຈັກທັມທີ່ຄວນຄົບ ຮູ້ຈັກທັມທີ່ບໍ່ຄວນຄົບ ກໍບໍ່ເສພທັມທີ່ບໍ່ຄວນເສພ ຍ່ອມເສພທັມທີ່ຄວນເສພ ບໍ່ຄົບທັມທີ່ບໍ່ຄວນຄົບ ຍ່ອມຄົບທັມທີ່ຄວນຄົບ ເມື່ອບໍ່ເສພທັມທີ່ບໍ່ຄວນເສພ ເສພທັມທີ່ຄວນເສພ ບໍ່ຄົບທັມທີ່ບໍ່ຄວນຄົບ ຄົບທັມທີ່ຄວນຄົບ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະອະຣິຍະສາວົກຮູ້ຖືກຕ້ອງ. ພິກຂຸທັງຫລາຍ! ທັມສະມາທານ ໔ ຢ່າງນີ້, ໔ ຢ່າງເປັນຢ່າງໃດ? ທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປກໍມີ. ທັມສະມາທານທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປກໍມີ. ທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປກໍມີ. ທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປກໍມີ. ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລບໍ່ຮູ້ຈັກທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປ ໄປແລ້ວໃນອະວິຊຊາ ຍ່ອມບໍ່ຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປ ເມື່ອບໍ່ຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນອະວິຊຊາ ບໍ່ຮູ້ຊັດຕາມຄວາມເປັນຈິງ ຈຶ່ງເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ເມື່ອເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນບໍ່ຮູ້ຖືກຕ້ອງ. ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລບໍ່ຮູ້ຈັກທັມສະມາທານທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປ ໄປແລ້ວໃນອະວິຊຊາ ຍ່ອມບໍ່ຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປ ເມື່ອບໍ່ຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນອະວິຊຊາ ບໍ່ຮູ້ຊັດຕາມຄວາມເປັນຈິງ ຈຶ່ງເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ເມື່ອເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນບໍ່ຮູ້ຖືກຕ້ອງ. ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລບໍ່ຮູ້ຈັກທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປ ໄປແລ້ວໃນອະວິຊຊາ ຍ່ອມບໍ່ຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປ ເມື່ອບໍ່ຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນອະວິຊຊາ ບໍ່ຮູ້ຊັດຕາມຄວາມເປັນຈິງ ຈຶ່ງບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ເມື່ອບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນບໍ່ຮູ້ຖືກຕ້ອງ. ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລບໍ່ຮູ້ຈັກທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ ໄປແລ້ວໃນອະວິຊຊາ ຍ່ອມບໍ່ຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ ເມື່ອບໍ່ຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນອະວິຊຊາ ບໍ່ຮູ້ຊັດຕາມຄວາມເປັນຈິງ ຈຶ່ງບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ເມື່ອບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນບໍ່ຮູ້ຖືກຕ້ອງ. ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລຮູ້ຈັກທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປ ເມື່ອຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງ ຈຶ່ງບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ເມື່ອບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນຮູ້ຖືກຕ້ອງ. ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລຮູ້ຈັກທັມສະມາທານທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປ ເມື່ອຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງ ຈຶ່ງບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ເມື່ອບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນຮູ້ຖືກຕ້ອງ. ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລຮູ້ຈັກທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປ ເມື່ອຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງ ຈຶ່ງເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ເມື່ອເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນຮູ້ຖືກຕ້ອງ. ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລຮູ້ຈັກທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ ເມື່ອຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນວິຊຊາ ຍ່ອມຮູ້ຊັດຕາມຄວາມເປັນຈິງ ຈຶ່ງເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ເມື່ອເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນຮູ້ຖືກຕ້ອງ. ພິກຂຸທັງຫລາຍ! ກໍທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປເປັນຢ່າງໃດ? ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມ ສເວີຍທຸກຂ໌ໂທມະນັສ ເພາະປານາຕິບາຕເປັນປັຈຈັຍ. ເປັນຜູ້ຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະອະທິນນາທານເປັນປັຈຈັຍ. ເປັນຜູ້ປະພຶຕຜິດໃນກາມທັງຫລາຍ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາເມສຸມິຈສາຈາຣເປັນປັຈຈັຍ. ເປັນຜູ້ເວົ້າຕົວະ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະມຸສາວາທເປັນປັຈຈັຍ. ເປັນຜູ້ເວົ້າສຽດສີ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະປິສຸນາວາຈາເປັນປັຈຈັຍ. ເປັນຜູ້ເວົ້າຄຳຫຍາບ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະຜະຣຸສະວາຈາເປັນປັຈຈັຍ. ເປັນຜູ້ເວົ້າຄຳສັມຜັປປະລາປະ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະສັມຜັປປະລາປະເປັນປັຈຈັຍ. ເປັນຜູ້ມີອະພິຊຊາຫລາຍ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະອະພິຊຊາເປັນປັຈຈັຍ. ເປັນຜູ້ມີຈິຕພະຍາບາທ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະພະຍາບາທເປັນປັຈຈັຍ. ເປັນຜູ້ມີຄວາມເຫັນຜິດ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະມິຈສາທິຕຖິເປັນປັຈຈັຍ. ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ພິກຂຸທັງຫລາຍ! ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປ. ພິກຂຸທັງຫລາຍ! ກໍທັມສະມາທານທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປເປັນຢ່າງໃດ? ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະປານາຕິບາຕເປັນປັຈຈັຍ. ເປັນຜູ້ຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະອະທິນນາທານເປັນປັຈຈັຍ. ເປັນຜູ້ປະພຶຕຜິດໃນກາມທັງຫລາຍ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາເມສຸມິຈສາຈາຣເປັນປັຈຈັຍ. ເປັນຜູ້ເວົ້າຕົວະ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະມຸສາວາທເປັນປັຈຈັຍ. ເປັນຜູ້ເວົ້າສຽດສີ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະປິສຸນາວາຈາເປັນປັຈຈັຍ. ເປັນຜູ້ເວົ້າຄຳຫຍາບ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະຜະຣຸສະວາຈາເປັນປັຈຈັຍ. ເປັນຜູ້ເວົ້າຄຳສັມຜັປປະລາປະ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະສັມຜັປປະລາປະເປັນປັຈຈັຍ. ເປັນຜູ້ມີອະພິຊຊາຫລາຍ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະອະພິຊຊາເປັນປັຈຈັຍ. ເປັນຜູ້ມີຈິຕພະຍາບາທ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະພະຍາບາທເປັນປັຈຈັຍ. ເປັນຜູ້ມີຄວາມເຫັນຜິດ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະມິຈສາທິຕຖິເປັນປັຈຈັຍ. ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ພິກຂຸທັງຫລາຍ! ທັມສະມາທານນີ້ແລ ທີ່ມີສຸຂໃນປັຈຈຸບັນ ແຕ່ມີຂ໌ທຸກຂ໌ເປັນວິບາກຕໍ່ໄປ. ພິກຂຸທັງຫລາຍ! ກໍທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປເປັນຢ່າງໃດ? ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກກາຣຂ້າສັຕ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກປານາຕິບາຕເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມ ສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກອະທິນນາທານເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມ ສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກກາເມສຸມິຈສາຈາຣເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣເວົ້າຕົວະ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກມຸສາວາທເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣເວົ້າສຽດສີ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກປິສຸນາວາຈາເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣເວົ້າຄຳຫຍາບ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກຜະຣຸສະວາຈາເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣເວົ້າຄຳສັມຜັປປະລາປະ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣເວັ້ນຈາກສັມຜັປປະລາປະເປັນປັຈຈັຍ. ເປັນຜູ້ບໍ່ມີອະພິຊຊາຫລາຍ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະອະນະພິຊຊາເປັນປັຈຈັຍ. ເປັນຜູ້ບໍ່ມີຈິຕພະຍາບາທ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະກາຣບໍ່ພະຍາບາທເປັນປັຈຈັຍ. ເປັນຜູ້ມີຄວາມເຫັນຊອບ ປະກອບດ້ວຍທຸກຂ໌ແດ່ ປະກອບດ້ວຍໂທມະນັສແດ່ ຍ່ອມສເວີຍທຸກຂ໌ໂທມະນັສ ເພາະສັມມາທິຕຖິເປັນປັຈຈັຍ. ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ. ພິກຂຸທັງຫລາຍ! ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປ. ພິກຂຸທັງຫລາຍ! ກໍທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປເປັນຢ່າງໃດ? ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ເວັ້ນຂາດຈາກກາຣຂ້າສັຕ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກປານາຕິບາຕເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກອະທິນນາທານເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກກາເມສຸມິຈສາຈາຣເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣເວົ້າຕົວະ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກມຸສາວາທເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣເວົ້າສຽດສີ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກປິສຸນາວາຈາເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣເວົ້າຄຳຫຍາບ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກຜະຣຸສະວາຈາເປັນປັຈຈັຍ. ເປັນຜູ້ເວັ້ນຂາດຈາກກາຣເວົ້າຄຳສັມຜັປປະລາປະ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣເວັ້ນຈາກສັມຜັປປະລາປະເປັນປັຈຈັຍ. ເປັນຜູ້ບໍ່ມີອະພິຊຊາຫລາຍ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະອະນະພິຊຊາເປັນປັຈຈັຍ. ເປັນຜູ້ບໍ່ມີຈິຕພະຍາບາທ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະກາຣບໍ່ພະຍາບາທເປັນປັຈຈັຍ. ເປັນຜູ້ມີຄວາມເຫັນຊອບ ປະກອບດ້ວຍສຸຂແດ່ ປະກອບດ້ວຍໂສມະນັສແດ່ ຍ່ອມສເວີຍສຸຂໂສມະນັສ ເພາະສັມມາທິຕຖິເປັນປັຈຈັຍ. ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ. ພິກຂຸທັງຫລາຍ! ທັມສະມາທານນີ້ແລ ທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ. ພິກຂຸທັງຫລາຍ! ທັມສະມາທານ ໔ ປະກາຣນີ້ແລ. ພິກຂຸທັງຫລາຍ! ປຽບເໝືອນນ້ຳເຕົ້າຂົມປົນດ້ວຍຢາພິດ ບຸຣຸສທີ່ຮັກຊີວິຕ ບໍ່ຢາກຕາຍ ຮັກສຸຂ ລັງກຽດທຸກຂ໌ ມາເຖິງແລ້ວ ຊົນທັງຫລາຍບອກເຂົາວ່າ ທ່ານຜູ້ຈະເຣີນ ນ້ຳເຕົ້າຂົມນີ້ປົນດ້ວຍຢາພິດ ຖ້າທ່ານປາຖນາຈະດື່ມກໍຈົ່ງດື່ມເຖີດ ນ້ຳເຕົ້າຂົມນັ້ນຈັກບໍ່ແຊບແກ່ທ່ານຜູ້ດື່ມ ທັງສີ ທັງກິ່ນ ທັງຣົສ ຄັນທ່ານດື່ມເຂົ້າແລ້ວ ຈັກເຖິງຄວາມຕາຍ ຫລືຈັກເຖິງຄວາມທຸກຂ໌ປາງຕາຍ. ບຸຣຸສນັ້ນບໍ່ພິຈາຣະນານ້ຳເຕົ້າຂົມນັ້ນແລ້ວ ດື່ມບໍ່ວາງ ຍ່ອມບໍ່ແຊບ ເພາະສີແດ່ ກິ່ນແດ່ ຣົສແດ່ ຄັນດື່ມແລ້ວ ຍ່ອມເຖິງຄວາມຕາຍ ຫລືເຖິງຄວາມທຸກຂ໌ປາງຕາຍ ສັນໃດ; ພິກຂຸທັງຫລາຍ ເຮົາກ່າວທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປວ່າ ມີອຸປະມາ ສັນນັ້ນ. ພິກຂຸທັງຫລາຍ! ປຽບເໝືອນພາຊະນະນ້ຳຫວານອັນໜ້າດື່ມ ເຖິງພ້ອມດ້ວຍສີ ກິ່ນ ແລະຣົສ ແຕ່ປົນດ້ວຍຢາພິດ ບຸຣຸສທີ່ຮັກຊີວິຕ ບໍ່ຢາກຕາຍ ຮັກສຸຂ ລັງກຽດທຸກຂ໌ ມາເຖິງແລ້ວ ຊົນທັງຫລາຍບອກເຂົາວ່າ ທ່ານຜູ້ຈະເຣີນ ພາຊະນະນ້ຳຫວານອັນໜ້າດື່ມນີ້ ເຖິງພ້ອມດ້ວຍສີ ກິ່ນ ແລະຣົສ ແຕ່ປົນດ້ວຍຢາພິດ ຖ້າທ່ານປາຖນາຈະດື່ມກໍຈົ່ງດື່ມເຖີດ ພາຊະນະນ້ຳຫວານນັ້ນຈັກຊອບໃຈແກ່ທ່ານຜູ້ດື່ມ ທັງສີ ທັງກິ່ນ ທັງຣົສ ຄັນທ່ານດື່ມເຂົ້າແລ້ວ ຈັກເຖິງຄວາມຕາຍ ຫລືຈັກເຖິງຄວາມທຸກຂ໌ປາງຕາຍ. ບຸຣຸສນັ້ນບໍ່ພິຈາຣະນາພາຊະນະນ້ຳຫວານນັ້ນແລ້ວ ດື່ມບໍ່ວາງ ກໍຊອບໃຈທັງສີແດ່ ທັງກິ່ນແດ່ ທັງຣົສແດ່ ຄັນດື່ມແລ້ວ ຍ່ອມເຖິງຄວາມຕາຍ ຫລືເຖິງຄວາມທຸກຂ໌ປາງຕາຍ ສັນໃດ; ພິກຂຸທັງຫລາຍ ເຮົາກ່າວທັມສະມາທານທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປວ່າ ມີອຸປະມາ ສັນນັ້ນ. ພິກຂຸທັງຫລາຍ! ປຽບເໝືອນມູຕເນົ່າປົນດ້ວຍຢາຕ່າງໆ ບຸຣຸສທີ່ເປັນໂຣຄຜອມເຫລືອງມາເຖິງແລ້ວ ຊົນທັງຫລາຍບອກເຂົາວ່າ ທ່ານຜູ້ຈະເຣີນ ມູຕເນົ່າປົນດ້ວຍຢາຕ່າງໆ ຖ້າທ່ານປາຖນາຈະດື່ມກໍຈົ່ງດື່ມເຖີດ ມູຕເນົ່ານັ້ນຈັກບໍ່ຊອບໃຈແກ່ທ່ານຜູ້ດື່ມ ທັງສີ ທັງກິ່ນ ທັງຣົສ ແຕ່ເມື່ອທ່ານດື່ມເຂົ້າແລ້ວ ຈັກມີຄວາມສຸຂ. ບຸຣຸສນັ້ນພິຈາຣະນາແລ້ວ ດື່ມບໍ່ວາງ ກໍບໍ່ຊອບໃຈ ທັງສີ ທັງກິ່ນ ທັງຣົສ ຄັນດື່ມແລ້ວ ກໍມີຄວາມສຸຂ ສັນໃດ; ພິກຂຸທັງຫລາຍ ເຮົາກ່າວທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປວ່າ ມີອຸປະມາ ສັນນັ້ນ. ພິກຂຸທັງຫລາຍ! ປຽບເໝືອນນົມສົ້ມ ນ້ຳເຜິ້ງ ເນີຍໃສ ແລະນ້ຳອ້ອຍ ເຂົາປົນເຂົ້າດ້ວຍກັນ ບຸຣຸສທີ່ເປັນໂຣຄລົງໂລຫິຕມາເຖິງແລ້ວ ຊົນທັງຫລາຍບອກເຂົາວ່າ ທ່ານຜູ້ຈະເຣີນ ນົມສົ້ມ ນ້ຳເຜິ້ງ ເນີຍໃສ ແລະນ້ຳອ້ອຍນີ້ ເຂົາປົນເຂົ້າດ້ວຍກັນ ຖ້າທ່ານປາຖນາຈະດື່ມກໍຈົ່ງດື່ມເຖີດ ຢານັ້ນຈັກຊອບໃຈແກ່ທ່ານຜູ້ດື່ມ ທັງສີ ທັງກິ່ນ ທັງຣົສ ເມື່ອທ່ານດື່ມເຂົ້າແລ້ວ ຈັກມີຄວາມສຸຂ. ບຸຣຸສນັ້ນພິຈາຣະນາແລ້ວ ດື່ມບໍ່ວາງ ກໍຊອບໃຈ ທັງສີ ທັງກິ່ນ ທັງຣົສ ຄັນດື່ມແລ້ວ ກໍມີຄວາມສຸຂ ສັນໃດ; ພິກຂຸທັງຫລາຍ ເຮົາກ່າວທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປວ່າ ມີອຸປະມາ ສັນນັ້ນ. ພິກຂຸທັງຫລາຍ! ໃນສາຣະທະສມັຍເດືອນທ້າຍແຫ່ງລະດູຝົນ ໃນອາກາສອັນປອດໂປ່ງ ປາສະຈາກເມກ ດວງອາທິຕລອຍຢູ່ທ້ອງຟ້າ ຍ່ອມກຳຈັດຄວາມມືດອັນມີໃນອາກາສທັງສິ້ນ ຍ່ອມສ່ອງແສງ ແຜດແສງ ຮຸ່ງສະວ່າງ ສັນໃດ; ພິກຂຸທັງຫລາຍ ທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ ກຳຈັດແລ້ວເຊິ່ງວາທະຂອງສະມະນະແລະພຣາມທັງຫລາຍເຫລົ່າອື່ນ ຍ່ອມສະວ່າງ ຮຸ່ງເຮືອງ ໄພໂຣຈນ໌ ສັນນັ້ນເໝືອນກັນ. ພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ແລ້ວ ພິກຂຸເຫລົ່ານັ້ນມີໃຈຊື່ນຊົມຍິນດີພຣະພາສິຕຂອງພຣະຜູ້ມີພຣະພາຄແລ.
- ອະນຸຕຕະຣິຍະ ໖
The Buddha's words ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໙໖-໒໙໙/໓໐໑ ພິກຂຸທັງຫລາຍ! ອະນຸຕຕະຣິຍະ ໖ ປະກາຣນີ້; ໖ ປະກາຣເປັນຢ່າງໃດ? ຄື: ທັສສະນານຸຕຕະຣິຍະ (ກາຣເຫັນທີ່ເລີດ) ສະວະນານຸຕຕະຣິຍະ (ກາຣຟັງທີ່ເລີດ) ລາພານຸຕຕະຣິຍະ (ກາຣໄດ້ທີ່ເລີດ) ສິກຂານຸຕຕະຣິຍະ (ກາຣສຶກສາທີ່ເລີດ) ປາຣິຈະຣິຍານຸຕຕະຣິຍະ (ກາຣບຳຣຸງທີ່ເລີດ) ອະນຸສສະຕານຸຕຕະຣິຍະ (ກາຣຣະນຶກທີ່ເລີດ) ພິກຂຸທັງຫລາຍ! ກໍທັສສະນານຸຕຕະຣິຍະເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ຍ່ອມໄປເບິ່ງຊ້າງແກ້ວແດ່ ມ້າແກ້ວແດ່ ມະນີແກ້ວແດ່ ຍ່ອມໄປເພື່ອເຫັນສິ່ງທີ່ໃຫຍ່ແດ່ນ້ອຍແດ່ (ອຸຈຈາວະຈັງ ວາ ປະນະ ທັສສະນາຍະ ຄັຈສະຕິ) ຫລືໄປເພື່ອເຫັນສະມະນະຫລືພຣາມຜູ້ເຫັນຜິດ ປະຕິບັຕຜິດແດ່. ພິກຂຸທັງຫລາຍ ທັສສະນະ (ກາຣເຫັນ) ນັ້ນມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ແຕ່ວ່າທັສສະນະນີ້ນັ້ນແລເປັນຂອງຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄປເພື່ອເຫັນຕະຖາຄົຕ ຫລືສາວົກຂອງຕະຖາຄົຕ, ກາຣເຫັນນີ້ເລີດກວ່າກາຣເຫັນທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄປເພື່ອເຫັນຕະຖາຄົຕ ຫລືສາວົກຂອງ ຕະຖາຄົຕ ນີ້ເຮົາຮຽກວ່າ ທັສສະນານຸຕຕະຣິຍະ, ທັສສະນານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ກໍສະວະນານຸຕຕະຣິຍະເປັນຢ່າງໃດ? ຄື ບຸຄຄົລບາງຄົນໃນໂລກນີ້ ຍ່ອມໄປເພື່ອຟັງສຽງກອງແດ່ ສຽງພິນແດ່ ສຽງເພງຂັບແດ່ ຫລືສຽງສູງໆຕ່ຳໆແດ່ ຍ່ອມໄປເພື່ອຟັງທັມຂອງສະມະນະຫລືພຣາມຜູ້ເຫັນຜິດ ຜູ້ປະຕິບັຕຜິດແດ່. ພິກຂຸທັງຫລາຍ ກາຣຟັງນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ແຕ່ວ່າກາຣຟັງນີ້ນັ້ນແລເປັນຂອງຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄປເພື່ອຟັງທັມຂອງຕະຖາຄົຕ ຫລືສາວົກຂອງຕະຖາຄົຕ, ກາຣຟັງນີ້ເລີດກວ່າກາຣຟັງທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄປເພື່ອຟັງທັມຂອງຕະຖາຄົຕ ຫລືສາວົກຂອງຕະຖາຄົຕ ນີ້ເຮົາຮຽກວ່າ ສະວະນານຸຕຕະຣິຍະ. ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ກໍລາພານຸຕຕະຣິຍະເປັນຢ່າງໃດ? ຄື ບຸຄຄົລບາງຄົນໃນໂລກນີ້ ຍ່ອມໄດ້ລາພຄື ບຸຕແດ່ ພະຣິຍາແດ່ ຊັພຍ໌ແດ່ ຫລືລາພຫລາຍແດ່ ໜ້ອຍແດ່ ຫລືໄດ້ສັທທາໃນສະມະນະຫລືພຣາມຜູ້ເຫັນຜິດ ຜູ້ປະຕິບັຕຜິດແດ່. ພິກຂຸທັງຫລາຍ ລາພນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ແຕ່ວ່າລາພນີ້ເປັນຂອງຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄດ້ສັທທາໃນຕະຖາຄົຕ ຫລືສາວົກຂອງຕະຖາຄົຕ, ກາຣໄດ້ນີ້ເລີດກວ່າກາຣໄດ້ທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄດ້ສັທທາໃນຕະຖາຄົຕ ຫລືສາວົກຂອງ ຕະຖາຄົຕ ນີ້ເຮົາຮຽກວ່າ ລາພານຸຕຕະຣິຍະ; ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະ ລາພານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ກໍສິກຂານຸຕຕະຣິຍະເປັນຢ່າງໃດ? ຄື ບຸຄຄົລບາງຄົນໃນໂລກນີ້ ຍ່ອມສຶກສາສີລະປະກ່ຽວກັບຊ້າງແດ່ ມ້າແດ່ ຣົຖແດ່ ທະນູແດ່ ດາບແດ່ ຫລືສຶກສາສີລະປະຊັ້ນສູງຊັ້ນຕ່ຳແດ່ ຍ່ອມສຶກສາໃນສະມະນະຫລືພຣາມຜູ້ເຫັນຜິດ ຜູ້ປະຕິບັຕຜິດແດ່. ພິກຂຸທັງຫລາຍ ກາຣສຶກສານີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ກໍແຕ່ວ່າກາຣສຶກສານັ້ນເປັນຂອງທີ່ຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມສຶກສາອະທິສີລແດ່ ອະທິຈິຕແດ່ ອະທິປັນຍາແດ່ ໃນທັມວິນັຍທີ່ຕະຖາຄົຕປະກາສແລ້ວ ກາຣສຶກສານີ້ເລີດກວ່າກາຣສຶກສາທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມສຶກສາອະທິສີລແດ່ ອະທິຈິຕແດ່ ອະທິປັນຍາແດ່ ໃນທັມວິນັຍທີ່ຕະຖາຄົຕປະກາສແລ້ວ ນີ້ເຮົາຮຽກວ່າ ສິກຂານຸຕຕະຣິຍະ; ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະ ລາພານຸຕຕະຣິຍະ ສິກຂານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ກໍປາຣິຈະຣິຍານຸຕຕະຣິຍະເປັນຢ່າງໃດ? ຄື ບຸຄຄົລບາງຄົນໃນໂລກນີ້ ຍ່ອມບຳຣຸງກະສັຕແດ່ ພຣາມແດ່ ຄະຫະບໍດີແດ່ ບຳຣຸງຄົນຊັ້ນສູງຊັ້ນຕ່ຳ ບຳຣຸງສະມະນະຫລືພຣາມຜູ້ເຫັນຜິດ ຜູ້ປະຕິບັຕຜິດແດ່. ພິກຂຸທັງຫລາຍ ກາຣບຳຣຸງນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ກໍແຕ່ວ່າ ກາຣບຳຣຸງນີ້ນັ້ນເປັນກາຣບຳຣຸງທີ່ຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມບຳຣຸງຕະຖາຄົຕຫລືສາວົກຂອງຕະຖາຄົຕ ກາຣບຳຣຸງນີ້ເລີດກວ່າກາຣບຳຣຸງທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມບຳຣຸງຕະຖາຄົຕຫລືສາວົກຂອງຕະຖາຄົຕ ນີ້ເຮົາຮຽກວ່າ ປາຣິຈະຣິຍານຸຕຕະຣິຍະ; ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະ ລາພານຸຕຕະຣິຍະ ສິກຂານຸຕຕະຣິຍະ ປາຣິຈະຣິຍານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ກໍອະນຸສສະຕານຸຕຕະຣິຍະເປັນຢ່າງໃດ? ຄື ບຸຄຄົລບາງຄົນໃນໂລກນີ້ ຍ່ອມຣະນຶກເຖິງກາຣໄດ້ບຸຕແດ່ ພະຣິຍາແດ່ ຊັພຍ໌ແດ່ ຫລືກາຣໄດ້ຫລາຍ ໄດ້ໜ້ອຍ ຍ່ອມຣະນຶກເຖິງສະມະນະພຣາມຜູ້ເຫັນຜິດ ຜູ້ປະຕິບັຕຜິດແດ່. ພິກຂຸທັງຫລາຍ ກາຣຣະນຶກນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ແຕ່ວ່າກາຣຣະນຶກນີ້ນັ້ນເປັນຂອງຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມຣະນຶກເຖິງຕະຖາຄົຕຫລືສາວົກຂອງຕະຖາຄົຕ ກາຣຣະນຶກເຖິງນີ້ເລີດກວ່າກາຣຣະນຶກເຖິງທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມຣະນຶກເຖິງຕະຖາຄົຕຫລືສາວົກຂອງ ຕະຖາຄົຕ ນີ້ເຮົາຮຽກວ່າ ອະນຸສສະຕານຸຕຕະຣິຍະ; ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະ ລາພານຸຕຕະຣິຍະ ສິກຂານຸຕຕະຣິຍະ ປາຣິຈະຣິຍານຸຕຕະຣິຍະ ອະນຸສສະຕານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ອະນຸຕຕະຣິຍະ ໖ ປະກາຣນີ້ແລ. ພິກຂຸເຫລົ່າໃດໄດ້ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະ ລາພານຸຕຕະຣິຍະ ຍິນດີໃນສິກຂານຸຕຕະຣິຍະ ຕັ້ງຢູ່ໃນປາຣິຈະຣິຍານຸຕຕະຣິຍະ ຈະເຣີນອະນຸສສະຕິທີ່ປະກອບດ້ວຍວິເວກ ເປັນແດນກະເສມ ໃຫ້ເຖິງອະມະຕະທັມ ຜູ້ບັນເທີງໃນຄວາມບໍ່ປະມາທ ມີປັນຍາຮັກສາຕົນ ສັງຣວມໃນສີລ ພິກຂຸເຫລົ່ານັ້ນແລ ຍ່ອມຮູ້ຊັດເຊິ່ງບ່ອນເປັນທີ່ດັບທຸກຂ໌ຕາມກາລອັນຄວນ.












